ພິທີເປີດຫ້ອງຂາຍໃໝ່ຂອງ ບໍລິສັດ ຄາຍຢີລາວ-RMA ສາຂາດົງນາໂຊກ

ພິທີເປີດຫ້ອງຂາຍໃໝ່ຂອງ ບໍລິສັດ ຄາຍຢີລາວ-RMA ສາຂາດົງນາໂຊກ

ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມພິທີເປີດຫ້ອງຂາຍໃໝ່ຂອງ ບໍລິສັດ ຄາຍຢີລາວ-RMA ສາຂາດົງນາໂຊກ ໃນວັນທີ 24 ຕຸລາ ທີ່ຜ່ານມາ,

ກຸ່ມບໍລິສັດ ອາຣເອັມ ເອເຊຍລາວ ຈຳກັດ, ເຊິ່ງກໍເປັນ ບໍລິສັດໜື່ງ ທີ່ ເປັນ ສະມາຊິກ ແລະ ເປັນຄະນະທຸລະກິດກິດຕະມະສັກ VVIP ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ເຊິ່ງເປັນສ່ວນໜື່ງໃນການປະກອບສ່ວນພັດທະນາເສດຖະກິດ ສັງຄົມ ຂອງປະເທດຊາດໃຫ້ມີການຂະຫຍາຍຕົວ, ໂດຍສະເພາະ ທາງບໍລິສັດໄດ້ ປະກອບສ່ວນໃຫ້ການສະໜັບສະໜູນ ແກ່ ສຄອຊ ເພື່ອຊຸກຍູ້ສົ່ງເສີມໃນການສ້າງກິດຈະກຳທາງດ້ານການບໍລິການ, ແລະ ອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ ແນ່ໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ໃນ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ຜະລິດຕະພັນ ຂອງ ກຸ່ມບໍລິສັດ ອາຣເອັມ ເອເຊຍລາວ ກໍຄືຜະລິດຕະພັນ ຂອງ ບໍລິສັດ ຄາຍຢີ ລາວ ເຊິ່ງເປັນລົດທີ່ມີຄວາມຫຼູຫຼາທັນສະໄໝ, ມີຄວາມທົນທານ ແລະ ມີຄວາມປອດໄພໃນລະດັບດີ ເຊິ່ງເປັນທີ່ນິຍົມໃນການຊົມໃຊ້ ບໍ່ວ່າຈະເປັນທັງໃນຕົວເມືອງ ຫຼື ຕ່າງແຂວງ ແລະ ບໍລິສັດ ຄາຍຢີ ລາວ ເປັນຕົວແທນຈຳໜ່າຍລົດຍີ່ຫໍ້ ຄາຍຢີ ພຽງຜູ້ດຽວໃນລາວ, ມີທັງລົດໄຟຟ້າ ແລະ ນ້ຳມັນ ແລະ ມີສາຂາທົ່ວປະເທດ ທີ່ພ້ອມໃຫ້ທ່ານຈັບຈອງໄດ້.
ພາຍໃນງານຍັງໄດ້ມີການນຳສະໜີລົດຍີ່ຫໍ້ຂອງ ຄາຍຢີ ຢູ່ຫຼາຍປະເພດ ເຊັ່ນ X3 Pro EV, X3, X3 Pro, X7 ແລະ ອື່ນໆ, ຖ້າທ່ານໃດມີຄວາມສົນໃຈສາມາດເຂົ້າໄປສອບຖາມທີ່ສູນບໍລິການເພີ່ນໄດ້ເລີຍທີ່ ບ້ານດົງນາໂຊກ ເມື

ອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword