ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.

ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ອ່ອນຈັນ ຄຳພາວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຫຼວງນ້ຳທາ, ທ່ານ Zou Zijing ເລຂາພັກນະຄອນເນີ້ຍຈ່ຽງ, ທ່ານ Chen Kaijie ຮອງເຈົ້ານະຄອນຄຸນໝິງ, ທ່ານ Yang Guodong ຮອງປະທານສະຫະພັນໂລຈິສຕິກສ໌ ແລະ ການຈັດຊື້ຂອງຈີນ, ລວມທັງ ທ່ານ Zheng Pengbin ເຈົ້າໜ້າທີ່ກົມກວດກາການຄ້າມົນທົນເສສວນ. ນອກຈາກນັ້ນ, ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳແຂວງຢຸນນານ ກໍໄດ້ຖືກເຊີນເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.
ນະຄອນຄຸນມິງແມ່ນປະຕູສຳຄັນທີ່ເຊື່ອມໂຍງສູ່ອາຊີໃຕ້ ແລະ ເອເຊຍຕາເວັນອອກສຽງໃຕ້, ໃນຂະນະທີ່ເມືອງເນີ້ຍຈ່ຽງຕັ້ງຢູ່ລະຫວ່າງເມືອງເຊີງຕູ ແລະ ເມືອງສົງຊິງ, ເປັນຈຸດທາງຜ່ານທີ່ສຳຄັນຂອງເສັ້ນທາງຂົນສົ່ງທາງພາກຕາເວັນຕົກເຊິ່ງເປັນຂໍ້ໄດ້ປຽບທາງພູມສາດ. ບວກກັບທາງຜ່ານຂອງລົດໄຟຈີນ-ລາວ, ແຂວງຫຼວງນ້ຳທາກໍສາມາດເຊື່ອມໂຍງຢ່າງໃກ້ຊິດກັບຄຸນມິງ ແລະ ເນີ້ຍຈ່ຽງ, ສົ່ງຜົນໃຫ້ການຄ້າ ແລະ ການແລກປ່ຽນເສດຖະກິດລະຫວ່າງ ຈີນ ແລະ ອາຊຽນຂະຫຍາຍຕົວຂຶ້ນ.
ໃນກອງປະຊຸມ, ນະຄອນເນີ້ຍຈ່ຽງ ແລະ ແຂວງຫຼວງນ້ຳທາໄດ້ລົງນາມເພື່ອສະແດງເຈດຈຳນົງໃນການສ້າງຄວາມສຳພັນເມືອງມິດຕະພາບ ແລະ ການຮ່ວມມື, ນະຄອນຄຸນມິງ ແລະ ນະຄອນເນີ້ຍຈ່ຽງ ກໍຍັງໄດ້ລົງນາມຂໍ້ຕົກລົງຄວາມຮ່ວມມືຮ່ວມກັນ. ສ່ວນພາກທຸລະກິດຫຼາຍໆຝ່າຍຂອງທັງສອງປະເທດກໍໄດ້ລົງນາມສັນຍາເພື່ອຂະຫຍາຍຄວາມຮ່ວມມືຮ່ວມກັນ. ການຮ່ວມມືດັ່ງກ່າວມີເປົ້າໝາຍໃນດ້ານການຄ້າ ແລະ ໂລຈິສຕິກສ໌, ໂດຍມີຜະລິດຕະພັນທາງກະສິກຳເຊັ່ນ: ແປ້ງມັນຕົ້ນ, ໝາກລຳໄຍອົບແຫ້ງ ແລະ ໝາກໄມ້ ລວມທັງແຮ່ທາດເຊັ່ນ: ຖ່ານຫີນ ແລະ ແຮ່ເຫຼັກ. ຄາດວ່າການຮ່ວມມືໃນຄັ້ງນີ້ຈະສາມາດສ້າງມູນຄ່າໄດ້ຫຼາຍກວ່າ 2.5 ພັນລ້ານຢວນ ໃນອະນາຄົດ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword