ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ນະຄອນຫຼວງວຽງຈັນ, 03 ເມສາ 2025. ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ.

ມີຕົວແທນຈາກທຸລະກິດພາຍໃນ ແລະ ຕ່າງປະເທດ, ໜ່ວຍງານພາກລັດ, ທຸຕານຸທູດ ແລະ ຄູ່ຮ່ວມພັດທະນາຫຼາຍກ່ວາ 450 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການພັດທະນາພາກເອກະຊົນ ຕໍ່ການບັນລຸເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປັບປຸງນະໂຍບາຍ ແລະ ການດໍາເນີນງານຂອງພາກລັດຖະບານຕໍ່ການສ້າງສະພາບແວດລ້ອມໃນການດໍາເນີນທຸລະກິດໃຫ້ມີຄວາມສະດວກສະບາຍ ເພື່ອປະກອບສ່ວນໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດ ແລະ ການຫຼຸດຜ່ອນຄວາມທຸກຍາກ.
ກອງປະຊຸມດັ່ງກ່າວນີ້ ສະແດງໃຫ້ເຫັນການສະໜັບສະໜູນຢ່າງກວ້າງຂວາງຂອງລັດຖະບານຕໍ່ຂະບວນການປຶກສາຫາລືທີ່ເປັນລະບົບພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ຕໍ່ການກຳນົດ ແລະ ແກ້ໄຂບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ພາກທຸລະກິດໃນປະເທດ. ຜູ້ຕາງໜ້າຈາກພາກທຸລະກິດ ຍັງໄດ້ກ່າວຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດທີ່ສຳຄັນໃນໄລຍະຜ່ານມາ ເຊັ່ນ: ການຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການເລີ່ມຕົ້ນທຸລະກິດ, ລວມທັງການຫຼຸດຈຳນວນລາຍການກິດຈະການ ໃນບັນຊີກິດຈະການຄວບຄຸມ, ການພັດທະນາລະບົບຂຶ້ນທະບຽນວິສາຫະກິດແບບເອເລັກໂຕຣນິກ, ການປັບປຸງລະບົບສ່ວຍສາອາກອນສຳລັບ SMEs, ການສົ່ງເສີມການນໍາໃຊ້ວິທີການອີງໃສ່ຄວາມສ່ຽງໃນການອອກອະນຸຍາດດໍາເນີນທຸລະກິດໃນບາງຂະແໜງການ, ການປັບປຸງການເຂົ້າເຖິງຂໍ້ມູນຂ່າວສານ ດ້ານກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການຄ້າ ແລະ ການລົງທຶນ, ການຈັດຕັ້ງປະຕິບັດຂໍ້ຜູກມັດຕ່າງໆ ໃນຂໍ້ຕົກລົງການຄ້າສອງຝ່າຍ, ພາກພື້ນ, ແລະ ສາກົນ ຢ່າງຕໍ່ເນື່ອງ ແລະ ການຝຶກອົບຮົມສ້າງຂີດຄວາມສາມາດໃຫ້ແກ່ MSMEs.
ພາກທຸລະກິດ ແລະ ໜ່ວຍງານກ່ຽວຂ້ອງຂອງລັດຖະບານ ໄດ້ ຮັບຮອງເອົາ 12 ຂໍ້ສະເໜີບຸລິມະສິດ ສໍາລັບປີ 2024-2025 ທີ່ມີເປົ້າໝາຍເພື່ອປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ປັບປຸງລະບົບສ່ວຍສາອາກອນ, ການສົ່ງເສີມສະຖຽນລະພາບຂອງຂະແໜງການທະນາຄານ ແລະ ການເງິນ, ປັບປຸງຄຸນນະພາບຂອງການສະໜອງ ແລະ ສົ່ງເສີມການພັດທະນາແບບຍືນຢົງຂອງຂະແໜງ ພະລັງງານໄຟຟ້າ, ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມ ຂະແໜງທ່ອງທ່ຽວ, ແລະ ປັບປຸງການເຂົ້າເຖິງແຮງງານຂອງພາກທຸລະກິດ. ໃນນັ້ນ, ມີ 03 ຂໍ້ສະເໜີ ໄດ້ຮັບການແກ້ໄຂສໍາເລັດສົມບູນ, ມີຄວາມຄືບໜ້າຫຼາຍ ແລະ ບໍ່ຈໍາເປັນປຶກສາຫາລືຕໍ່ມີ 03 ຂໍ້ສະເໜີ, ມີຄວາມຄືບໜ້າຫຼາຍ ແຕ່ຍັງບໍ່ທັນແກ້ໄຂສໍາເລັດສົມບູນ ມີ 05 ຂໍ້ສະເໜີ, ແລະ 01 ຂໍ້ສະເໜີບໍ່ສາມາດແກ້ໄຂໄດ້ເນື່ອງຈາກຂໍ້ຈຳກັດທີ່ມີເຫດຜົນ.
ສໍາລັບກອງປະຊຸມທຸລະກິດລາວຄັ້ງທີ 16 ນີ້ ໄດ້ມີການຮັບຮອງເອົາ 09 ຂໍ້ສະເໜີບູລິມະສິດ ໃນ 04 ຂົງເຂດວຽກງານ ເພື່ອປຶກສາຫາລື ແລະ ຊອກຫາຊ່ອງທາງແກ້ໄຂທີ່ເໝາະສົມ ໃຫ້ສໍາເລັດກ່ອນກອງປະຊຸມທຸລະກິດລາວຄັ້ງທີ 17.
ທ່ານ ຮອງນາຍົກລັດຖະມົນຕີ ໄດ້ປິດກອງປະຊຸມໂດຍການໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຈະສຶບຕໍ່ພັດທະນາພື້ນຖານກົນໄກເສດຖະກິດຕະຫຼາດໃຫ້ເຂັ້ມແຂງ, ດຳເນີນການປະຕິຮູບກົງຈັກຂອງລັດ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການເລີ່ມຕົ້ນ ແລະ ດໍາເນີນທຸລະກິດ, ປັບປຸງນະໂຍບາຍ ແລະ ລະບຽບການ ທີ່ເປັນອຸປະສັກ ເພື່ອເພີ່ມປະສິດທິພາບຂອງການບໍລິການຂອງພາກລັດ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword