ຟາມສອງແຫ່ງໃນນະຄອນຫຼວງວຽງຈັນ ຮ່ວມມືກັບ ສຄອຊ ໃນໂຄງການຝຶກງານ

ຟາມສອງແຫ່ງໃນນະຄອນຫຼວງວຽງຈັນ ຮ່ວມມືກັບ ສຄອຊ ໃນໂຄງການຝຶກງານ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 5 ພຶດສະພາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດພິທີເຊັນສັນຍາຮ່ວມມືກັບວິສາຫະກິດກະສິກຳທີ່ມີຊື່ສຽງ

ສອງ ແຫ່ງຄື: ສະຫະກອນ 3 ເອັຟ ກະສິກຳຍືນຍົງ ຂອງລາວ ແລະ ຈິດປັນຍາຟາມ, ໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໄດ້ຈັດຂຶ້ນທີ່ຫ້ອງການ ສຄອຊ, ໃນມື້ວັນສຸກ ທີ 2 ພຶດສະພາ ທີ່ຜ່ານມາ.
ຂໍ້ລິເລີ່ມນີ້ແມ່ນຢູ່ພາຍໃຕ້ໂຄງການສົ່ງເສີມການສ້າງວຽກເຮັດງານທຳໃນຊົນນະບົດ (REP), ເຊິ່ງໄດ້ຮັບການສະໜັບສະໜູນເປັນຢ່າງດີຈາກອົງການແຮງງານສາກົນ (ILO). ການຮ່ວມມືນີ້ ແມ່ນເພື່ອແນໃສ່ເສີມຂະຫຍາຍທັກສະຊີວິດທີ່ຈຳເປັນຂອງນັກຮຽນອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ (TVET) ໃນຊົນນະບົດ ແລະ ຊາວໜຸ່ມຈາກຊຸມຊົນທີ່ດ້ອຍໂອກາດ. ຈຸດສຳຄັນຂອງໂຄງການນີ້ໄດ້ສຸມໃສ່ ການສຶກສາທາງເພດຢ່າງຄົບຊຸດ, ການສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມ-ຍິງສາວ, ໂດຍສະເພາະເພດຍິງ ເພື່ອຮັກສາສຸຂະພາບ ຈະເລີນພັນ ແລະ ສົ່ງເສີມຄວາມສຳພັນທີ່ດີ. ສຸດທ້າຍຄື ເພີ່ມຜະລິດຕະພາບຂອງກຳລັງແຮງງານ.

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ນະຄອນຫຼວງວຽງຈັນ, 03 ເມສາ 2025. ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ.…Read more

Enter your keyword