ກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ ໃນວັນທີ 13ໍ-14 ພືດສະພາ 2025, ທີ່ຫ້ອງປະຊຸມໂຮງແຮມຮູ່ງທິບ, ແຂວງສະຫວັນນະເຂດ.
ທ່ານ ປອ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ເຂົ້າຮ່ວມເປັນປະທານຮ່ວມເປີດ ກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ໃນວັນທີ 13 – 14 ພືດສະພາ 2025, ທີ່ຫ້ອງປະຊຸມ ໂຮງແຮມຮູ່ງທິບ, ແຂວງສະຫວັນນະເຂດ, ໂດຍໃຫ້ກຽດເປັນປະທານຮ່ວມໃນກອງປະຊຸມຂອງ ທ່ານ ສາຍສະໝອນ ກວານເມືອງຈັນ, ຮອງປະທານ ສຄອ ແຂວງສະຫວັນນະເຂດ ພ້ອມຂະແໜ່ງການທຸລະກິດໃນແຂວງ ແລະ ຕ່າງແຂວງ ຂະແໜງການທຸລະກິດ ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ແລະ ແຂວງຈຳປາສັກ, ຕ່າງໜ້າຈາກ ອົງການແຮງງານສາກົນ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຫົວໜ່ວຍວິສາຫະກິດ, ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ຂັ້ນຕອນການກວດສອບສິດທິແຮງງານ, ແນວທາງການປະຕິບັດກ່ຽວກັບຄວາມປອດໄພ, ສຸຂະພາບແຮງງານ, ລະບົບບໍລິຫານຈັດການ, ສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດ ໃນການກວດສອບ ແລະ ປົກປ້ອງສິດທິແຮງງານພ້ອມທັງຂະບວນການ ສ້າງຄວາມເຂົ້າໃຈກ່ຽວກັບຄວາມເຊື່ອມສານລະຫວ່າງການດຳເນີທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານຈັດການ, ຄວາມປອດໄພ ແລະ ສຸຂະພາບແຮງງານ. ນອກນັ້ນ, ກອງປະຊຸມຍັງຈະໄດ້ເຜີຍແຜ່ວຽກງານສະພາການຄ້າ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜ່ງທູລະກິດ.
