ສຄອຊ ເພີ່ມທະວີການຮ່ວມມືເພື່ອຍົກລະດັບໂຄງການຝຶກງານດ້ວຍການສະໜັບສະໜູນຂອງ ILO-REP

ສຄອຊ ເພີ່ມທະວີການຮ່ວມມືເພື່ອຍົກລະດັບໂຄງການຝຶກງານດ້ວຍການສະໜັບສະໜູນຂອງ ILO-REP

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 23 ພຶດສະພາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ກຳລັງຂະຫຍາຍການຮ່ວມມືກັບບັນດາຄູ່ຮ່ວມ

ພັດທະນາເພື່ອປັບປຸງຮູບແບບການຝຶກງານ ແລະ ການຝຶກວິຊາຊີບໃນພາກທຸລະກິດ. ດ້ວຍການສະໜັບສະໜູນຈາກໂຄງການສົ່ງເສີມການມີວຽກເຮັດງານທຳໃນຊົນນະບົດ (REP) ຂອງອົງການ ILO, ສຄອຊ ມີເປົ້າ ໝາຍທີ່ຈະເຊື່ອມຈອດຊ່ອງວ່າງດ້ານທັກສະລະຫວ່າງສະຖາບັນຝຶກອົບຮົມ ແລະ ຄວາມຕ້ອງການຂອງຜູ້ໃຊ້ແຮງງານ, ສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວທີ່ຄອບຄຸມໂດຍສະເພາະໃນຂະແໜງລ້ຽງສັດ ເຊິ່ງເປັນແຮງຂັບເຄື່ອນທີ່ສຳຄັນຂອງການສ້າງວຽກເຮັດງານທຳໃນຊົນນະບົດ.
ໃນຖານະທີ່ເປັນສ່ວນໜຶ່ງຂອງການລິເລີ່ມນີ້, ສຄອຊ ຈະຊ່ວຍບໍລິສັດ ເບທາໂກ (ລາວ) ຈຳກັດຜູ້ດຽວ ໃນການພັດທະນາ ແລະ ນຳແນວທາງຈັດຕັ້ງປະຕິບັດສຳລັບການຝຶກງານທີ່ມີໂຄງສ້າງໄປໃຊ້. ແຜນງານທົດລອງນີ້ຈະຊ່ວຍເສີມຂະຫຍາຍຄວາມພ້ອມຂອງກຳລັງແຮງງານ ໃນຂະນະທີ່ຍັງຮັກສາຄວາມສອດຄ່ອງກັບຄວາມຕ້ອງການຂອງອຸດສາຫະກໍາ. ສອງຝ່າຍໄດ້ກຳນົດບົດບາດ ແລະ ຄວາມຮັບຜິດຊອບທີ່ຈະແຈ້ງ-ຊັດເຈນ ເພື່ອຮັບປະກັນການນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ມີຄວາມຍືນຍົງໃນໄລຍະຍາວ.
ການຮ່ວມມືນີ້ຊີ້ໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສອຄຊ ໃນການເສີມສ້າງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການເຕີບໃຫຍ່ຂະຫຍາຍຕົວຂອງພາກທຸລະກິດ. ຂໍ້ລິເລີ່ມດັ່ງກ່າວຄາດວ່າ ຈະເປັນຕົວແບບສຳລັບໂຄງການຝຶກງານທີ່ຜູ້ໃຊ້ແຮງງານເປັນຜູ້ນຳພາທີ່ສາມາດຂະຫຍາຍອອກໄປໃນທົ່ວປະເທດລາວ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more
ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 27 ພຶດສະພາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ),…Read more
ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more
ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ໃນວັນທີ 20 ພຶດສະພາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ມີພິທີມອບຮັບ ເງີນສະໜັບສະໜູນ ໃຫ້ແກ່ ສຄອຊ, ໂຮງແຮມ ລາດຊະວົງ…Read more
ກອງປະຊຸມສ້າງຂີດຄວາມສາມາດໃນການພັດທະນາຫຼັກສູດສຳລັບສະຖານອາຊີວະສຶກສາ ແລະ ສະຖານປະກອບການ

ກອງປະຊຸມສ້າງຂີດຄວາມສາມາດໃນການພັດທະນາຫຼັກສູດສຳລັບສະຖານອາຊີວະສຶກສາ ແລະ ສະຖານປະກອບການ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 20 ພຶດສະພາ 2025 – ກອງປະຊຸມສ້າງຂີດຄວາມສາມາດເປັນເວລາ 2 ວັນກ່ຽວກັບການພັດທະນາຫຼັກສູດສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)…Read more

Enter your keyword