ກອງປະຊຸມພົບປະລະຫວ່າງ ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ
ທີ່ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, ໃນວັນທີ 23 ມິຖຸນາ 2025, ໄດ້ຈັດກອງປະຊຸມພົບປະລະຫວ່າງ ອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດ ໂດຍ ທ່ານ ຄໍາສະແຫວງ ວິໄລພົງ ວ່າການ ອົງການຄຸ້ມຄອງ-ບໍລິຫານ
ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ນອກນັ້ນຍັງມີ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫລວງວຽງຈັນ , ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະເຂົ້າຮ່ວມ ນອກນັ້ນຍັງມີ ຄະນະພັດທະນາ ຜູ້ລົງທືນຈາກ ສປຈີນ ເຂົ້າຮ່ວມຢ່າງພ້ອມພຽງ
ຈຸດປະສົງຂອງການປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນຄຳຄິດເຫັນ ໃນການພັດທະນາເຂດ ໂຄງການເຂດເສດຖະກິດພິເສດ ລວມທັງ ການທ່ອງທ່ຽວ ປູກຝັງລ້ຽງສັດ ແລະ ການຮ່ວມມືໃນອານົດ, ນອກຈາກການພົບປະແລກປ່ຽນໃນທີ່ປະຊຸມແລ້ວ ຍັງໄດ້ມີການ ໄປຢ້ຽມຢາມເຂດພັດທະນາໂຄງການຕື່ມອີກດ້ວຍ.

