ກອງປະຊຸມ ການສົ່ງເສີມບົດບາດຂອງ ສະພາການຄ້າ ແລະ ອຸດສາຫະກໍາແຂວງ ໃນການຈ້າງງານ ແລະ ພັດທະນາທັກສະສີມືແຮງງານ ຜ່ານການຈັດຕັ້ງປະຕິບັດ ອາຊີວະສຶກສາຮູບແບບຄວບຄູ່ (ອສຄ)

ກອງປະຊຸມ ການສົ່ງເສີມບົດບາດຂອງ ສະພາການຄ້າ ແລະ ອຸດສາຫະກໍາແຂວງ ໃນການຈ້າງງານ ແລະ ພັດທະນາທັກສະສີມືແຮງງານ ຜ່ານການຈັດຕັ້ງປະຕິບັດ ອາຊີວະສຶກສາຮູບແບບຄວບຄູ່ (ອສຄ)

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສູນບໍລິການ ອາຊີວະສືກສາແບບຄວບຄູ່ ຈັດກອງປະຊຸມ ການສົ່ງເສີມບົດບາດຂອງ ສະພາການຄ້າ ແລະ ອຸດສາຫະກໍາແຂວງ ໃນການຈ້າງງານ

ແລະ ພັດທະນາທັກສະສີມືແຮງງານ ຜ່ານການຈັດຕັ້ງປະຕິບັດ ອາຊີວະສຶກສາຮູບແບບຄວບຄູ່ (ອສຄ), ໃນວັນທີ 25 – 26 ມິຖຸນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ.
ເຊີ່ງກອງປະຊຸມ ດັ່ງກ່າວ ໃຫ້ກຽດເປັນປະທານເປີດກອງປະຊຸມ ຂອງ ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ອັນຢາ ເຣເດີ, ຫົວໜ້າ ໂຄງການ VELA III, GIZ, ມີບັນດາ ທ່ານ ຄະນະປະທານ, ຄະນະບໍລິຫານງານ ຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ຄະນະເລຂາທິການ ສຄອຊ, ຊ່ຽວຊານໂຄງການ, ພະແນກການພາຍໃນ ສຄອຊ ແລະ ທີມງານສູນບໍລິການອາຊີວະສືກສາແບບຄວບຄູ່ (ອສຄ) ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມເຂົ້້າໃຈ, ຂັ້ນຕອນ DCT Concept ໃຫ້ ຄະນະຊີ້ນຳ ແລະ ຜູ້ປະສານງານ ສຄອ ແຂວງ, ການສ້າງສາຍພົວພັນທີ່ ລະຫວ່າງສະຖານປະກອບການ ແລະ ສະຖານອາຊີວະສຶກສາ, ໃນການຂື້ນແຜນຈັດກິດຈະກິດເຜີຍແຜ່ອາຊີວະສຶກສາ ແລະ ກິດຈະກຳສ້າງລາຍຮັບ, ສືບຕໍ່ຈັດຝຶກອົບຮົມຄູ່ຝຶກສະຖານປະກອບການ ໃນ 11 ແຂວງ ທີ່ ໄດ້ເຂົ້້າຮ່ວມໂຄງການ ໃຫ້ບັນດາຄະນະຜູ້ປະສານງານ ສຄອ ແຂວງໃຫ້ມີຄວາມເຂົ້າໃຈ ໃນຄອນເຊັບຂອງ ການຮຽນອາຊີວະສືກສາແບບຄວບຄູ່ (ອສຄ).
ໃນທ້າຍປີ 2019 ທາງໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA II) ແລະ ສຄອຊ ໄດ້ຮ່ວມມືກັນ ສ້າງຕັ້້ງສຸນບໍລິການອາຊີວະສຶກສາແບບຄວບຄວບຄູ່ ເພື່ອສະໜັບສະໜູນພາກທຸລະກິດ ໃນການວາງແຜນ, ຈັດຕັ້ງ ແລະ ປະຕິບັດ ອາຊີວະສຶກສາແບບຄວບຄູ່. ຜ່ານການເຊື່ອມໂຍງນີ້, ສະຖານປະກອບການຕ່າງໆ ຈະເປີດໂອກາດ ໃຫ້ນັກສຶກສາ ໄດ້ຮຽນຮູ້ທັກສະວິຊາການ, ຄວາມຮູ້ ແລະ ທັດສະນະຄະຕິການເຮັດວຽກຕົວຈິງ ທີ່ຖືກຕ້ອງ, ເຮັດໃຫ້ສະຖານປະກອບການ ມີກໍາລັງແຮງງານ ທີ່ໄດ້ຜ່ານການຝຶກອົບຮົມ, ມີຄວາມສາມາດດ້ານການຜະລິດ ແລະ ມີຄວາມຊື່ສັດ ທີ່ດີກວ່າ ແລະ ກໍ່ຍັງປະຢັດຄ່າໃຊ້ຈ່າຍ ໃນການຮັບສະໝັກ ແລະ ຈັດປະຖົມນິເທດໃຫ້ພະນັກງານໃໝ່.
ເພື່ອສືບຕໍ່ຜັນຂະຫຍາຍກິດຈະກຳຂອງ ສູນບໍລິການ ອສຄ ຈຶ່ງຮຽກຮ້ອງໃຫ້ມີບຸກຄະລາກອນ ທີ່ມີຄວາມຮູ້ ຄວາມສາມາດ ມີຄວາມພ້ອມໃນການໃຫ້ບໍລິການ ຂໍ້ມູນຂ່າວສານ ສ້າງຄວາມເຂົ້້າໃຈ ໃນການຈັດຕັ້ງປະຕິບັດ ອາຊີວະສຶກສາແບບຄວບຄູ່, ເພື່ອເສີມສ້າງສາຍພົວພັນທີ່ດີລະຫວ່າງ ສະຖານປະກອບການ, ສະຖານອາຊີວະສຶກສາ, ກຸ່ມ, ສະມາຄົມທຸລະກິດ ແລະ ຄູ່ຮ່ວມພັດທະນາອື່ນໆ. ສຄອຊ ແລະ ສຄອ ແຂວງ ເຮັດບົດບາດສຳຄັນ ບໍ່ພຽງແຕ່ເປັນຜູ້ປະສານງານ ຈຸດປະສານງານສະເພາະໂຄງການໃດໜຶ່ງເທົ່ານັ້ນ ຍັງສາມາດພັດທະນາ ຕໍ່ຍອດການຮ່ວມມື ທັງພາຍໃນ ແລະ ສາກົນ ອີກດ້ວຍ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword