ບໍລິສັດ ກຸ່ມການລົງທຶນປະທັບໃຈ ຈີນ-ລາວ ຈຳກັດ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ
ນະຄອນຫຼວງວຽງຈັນ-30 ມິຖຸນາ 2025 ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ບໍລິສັດ ກຸ່ມການລົງທຶນປະທັບໃຈ ຈີນ-ລາວ ຈຳກັດ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ,
ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມທັງຊ່ວຍສົ່ງເສີມພັດທະນາຂີດຄວາມສາມາດຂອງພາກທຸລະກິດໃນ ສປປ ລາວ.
ໃນໂອກາດນີ້, ຕາງໜ້າມອບເງິນສະໜັບສະໜູນໂດຍ ທ່ານ ຫວງ ຈຽງຫຼິງ ປະທານ ບໍລິສັດ ກຸ່ມການລົງທຶນປະທັບໃຈ ຈີນ-ລາວ ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ການສະໜັບສະໜູນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມຮ່ວມມືລະຫວ່າງ ສຄອຊ ແລະ ພາກທຸລະກິດ ເພື່ອຮ່ວມກັນພັດທະນາເສດຖະກິດ ແລະ ຍົກສູງຂີດຄວາມສາມາດການແຂ່ງຂັນຂອງພາກທຸລະກິດລາວໃຫ້ກ້າວໄປສູ່ຄວາມເຂັ້ມແຂງຍິ່ງຂຶ້ນ
.
