ທ່ານ ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ເພີ່ມທະວີຄວາມ ໝາຍໝັ້ນໃນການສ້າງຄວາມເຂັ້ມເເຂງໃຫ້ເເກ່ລະບົບອາກອນຂອງບັນດາປະເທດດ້ອຍພັດທະນາ

ທ່ານ ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ເພີ່ມທະວີຄວາມ ໝາຍໝັ້ນໃນການສ້າງຄວາມເຂັ້ມເເຂງໃຫ້ເເກ່ລະບົບອາກອນຂອງບັນດາປະເທດດ້ອຍພັດທະນາ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ເພີ່ມທະວີຄວາມ ໝາຍໝັ້ນໃນການສ້າງຄວາມເຂັ້ມເເຂງໃຫ້ເເກ່ລະບົບອາກອນຂອງບັນດາປະເທດດ້ອຍພັດທະນາ

ໃນລະຫວ່າງກອງປະຊຸມສາກົນວ່າດ້ວຍການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 (The Fourth International Conference on Financing for Development) ທີ່ ເມືອງ ເຊີວີລ ປະເທດ ເເອັດສະປາຍ.
.
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ນີ້ ໄດ້ຮັບກຽດຈາກເຈົ້າຊີວິດຟິລິບເປ ທີ 4 ຂອງແອັດສະປາຍ ໃນເຂົ້າຮ່ວມພິທີເປີດ ແລະ ກ່າວສູນທອນພົດຕໍ່ພິທີເປີດກອງປະຊຸມ. ແລະ ການເປັນປະທານຮ່ວມໂດຍທ່ານ ເປໂດຼ ຊານເຊ (Pedro Sanchez) ນາຍົກລັດຖະມົນຕີ ແອັດສະປາຍ ແລະ ທ່ານ ອັນໂຕນີໂອ ກູເຕຣເຣສ (Antonio Guterres) ເລຂາທິການໃຫຍ່ສະຫະປະຊາຊາດ.
ກອງປະຊຸມມີຈຸດປະສົງເພື່ອເປີດໂອກາດໃຫ້ບັນດາປະເທດສະມາຊິກອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ໄດ້ປຶກສາຫາລື ກຳນົດວຽກບູລິມະສິດ ສິ່ງທ້າທາຍ ແລະ ວິທີການເລັ່ງລັດຂະບວນການສະໜອງທຶນເພື່ອການພັດທະນາໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສາກົນ.
.
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຳຄັນນີ້ ຊຶ່ງຈັດຂຶ້ນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ໂດຍມີຜູ້ນຳແລະຜູ້ແທນຈາກ 179 ປະເທດ ຈາກທັງໝົດ 193 ປະເທດສະມາຊິກອົງການສະຫະປະຊາຊາດເຂົ້າຮ່ວມ.
ໃນພາກບ່າຍວັນທີ 30 ມິຖຸນາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ກ່າວຄຳເຫັນໃນກອງປະຊຸມໂຕະມົນລະດັບສູງໃນຫົວຂໍ້ “ການລະດົມແລະການຈັດສັນງົບປະມານພາຍໃນ” ທ່ານ ຮອງນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ທີ່ປະຊຸມກ່ຽວກັບຄວາມພະຍາຍາມຂອງ ສປປ ລາວ ໃນການປະຕິຮູບລະບົບການຄຸ້ມຄອງການເງິນຂອງລັດ ການຄຸ້ມຄອງດ້ານງົບປະມານ ແລະ ການເກັບກຳລາຍຮັບຈາກພາສີ-ອາກອນ.
.
ໃນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວວ່າ “ສປປ ລາວ ໄດ້ມຸ່ງໝັ້ນນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ເສີມສ້າງຂີດຄວາມສາມາດ ໂດຍມີເປົ້າໝາຍເພີ່ມລາຍຮັບຈາກອາກອນໃຫ້ໄດ້ເຖິງ 20% ພາຍໃນປີ 2030”
ທ່ານ ຍັງໄດ້ເນັ້ນຄວາມສຳຄັນຂອງການລະດົມ ແລະ ການຈັດສັນງົບປະມານພາຍໃນຢ່າງມີປະສິດທິພາບເພື່ອການພັດທະນາທີ່ຍືນຍົງ ແລະ ເປັນການຫຼຸດຜ່ອນການເອື່ອຍອີງການສະໜອງທຶນຈາກພາຍນອກ ໂດຍສະເພາະປະເທດດ້ອຍພັດທະນາ.
ໃນພາກທ້າຍຂອງການກ່າວຄຳເຫັນ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ແລະ ວົງຄະນະຍາດສາກົນ ເພີ່ມທະວີຄວາມໝາຍໝັ້ນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບອາກອນຂອງບັນດາປະເທດດ້ອຍພັດທະນາ ຜ່ານການສະໜັບສະໜູນທາງດ້ານທຶນຮອນແລະເຕັກນິກວິຊາການ.
ທ່ານ ຍັງໄດ້ຮຽກຮ້ອງໃຫ້ມີການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ແລະ ສ້າງຄວາມເຂັ້ມແຂງໃນການຮ່ວມມືທາງດ້ານອາກອນລະຫວ່າງສາກົນ.
.
ໃນວັນທີ 01 ກໍລະກົດ 2025 ທ່ານ ສະເຫຼີມໄຊ ໄດ້ຂຶ້ນກ່າວປາໄສໃນນາມບັນດາປະເທດສະມາຊິກອາຊຽນ ແລະ ໃນນາມ ສປປ ລາວ ໃນກອງປະຊຸມອະພິປາຍທົ່ວໄປ ໄດ້ຕີລາຄາສູງຕໍ່ການຮັບຮອງເອົາເອກະສານຄວາມໝາຍໝັ້ນເຊວິລ “Compromiso de Sevilla” ເຊິ່ງຖືເປັນເອກະສານສຳຄັນເພື່ອຮັບປະກັນຄຳໝາຍໝັ້ນຂອງບັນດາປະເທດສະມາຊິກໃນການສະໜອງທຶນເພື່ອການພັດທະນາ.
ພ້ອມນັ້ນ, ທ່ານ ຍັງໄດ້ເນັ້ນເຖິງ 3 ຈຸດສຳຄັນ ຄື:
1 ການສ້າງເສດຖະກິດທີ່ມີຄວາມພ້ອມໃນການຮັບມືກັບອະນາຄົດ ໂດຍຜ່ານການມີສ່ວນຮ່ວມຢ່າງທົ່ວເຖິງ ເເລະ ການພັດທະນາທີ່ຍືນຍົງ;
2 ການສະໜັບສະໜູນລະບົບຫຼັກການພື້ນຖານການຄ້າຫຼາຍຝ່າຍພາຍໃຕ້ຫຼັກການຂອງອົງການການຄ້າໂລກ;
3 ການຂົນຂວາຍຊັບພະຍາກອນໃນການພັດທະນາອຸດສາຫະກຳພາກພື້ນ ແລະ ການເຊື່ອມຈອດທາງດ້ານພະລັງງານ;
.
ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສືບຕໍ່ມີຄຳເຫັນໃນນາມ ສປປ ລາວ ໂດຍແຈ້ງຕໍ່ທີ່ປະຊຸມກ່ຽວກັບຄວາມພະຍາຍາມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ຄວາມພະຍາຍາມໃນການເຊື່ອມໂຍງເສດຖະກິດຂອງ ສປປ ລາວ ກັບພາກພື້ນຜ່ານການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດໃຫ້ສອດຄ່ອງກັບເປົ້າໝາຍຂອງສາກົນ.
ທ່ານ ໄດ້ຮຽກຮ້ອງມາຍັງບັນດາຄູ່ຮ່ວມພັດທະນາ ແລະ ວົງຄະນະຍາດສາກົນ ໃຫ້ສືບຕໍ່ເພີ່ມທະວີການຮ່ວມມື ແລະ ການສະໜັບສະໜູນເພື່ອຮັບປະກັນການສະໜອງທຶນເພື່ອການພັດທະນາ ແລະ ການບັນລຸວາລະ 2030 ສຳລັບການພັດທະນາທີ່ຍືນຍົງ.
ຂ່າວ ແລະ ພາບຈາກ ຂ່າວເສດຖະກິດ-ການຄ້າ Lao Economic Daily

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword