ງານສະເຫຼີມສະຫຼອງວັນລາວ ໃນງານວາງສະແດງໂລກ OSAKA EXPO 2025 ໃນລະຫວ່າງວັນທີ່ 06-11/07/2025 ທີ່ ປະເທດ ຍີປຸ່ນ

ງານສະເຫຼີມສະຫຼອງວັນລາວ ໃນງານວາງສະແດງໂລກ OSAKA EXPO 2025 ໃນລະຫວ່າງວັນທີ່ 06-11/07/2025 ທີ່ ປະເທດ ຍີປຸ່ນ

09 ກໍລະກົດ 2025, ທີ່ ເມືອງໂອຊາກາ, ແຂວງ ຄັນໄຊ, ປະເທດຍີປຸ່ນ. ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ຕິດຕາມຄະນະລັດຖະບານ ເຊີ່ງນຳໂດຍ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ ປະຈຳ ສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍ

ຄະນະລັດຖະບານໄດ້ເດີນທາງເຂົ້າຮ່ວມພິທີທາງການສະເຫຼີມສະຫຼອງງານວັນລາວ ທີ່ ເກາະ Yumeshima, Konohana-ku. OSAKA , National Day Hall ໂດຍມີຄະນະລັດຖະບານລາວເຂົ້າຮ່ວມ 12 ທ່ານ ແລະ ຄະນະທຸລະກິດລາວເຂົ້າຮ່ວມຫຼາຍກ່ວາ 40 ກ່ວາທ່ານ. ຫຼັງຈາກແລ້ວພິທີງານວັນລາວເປັນທາງການ, ທາງຄະນະລັດຖະບານໄດ້ລວມທັງພາກທຸລະກິດ 15 ທ່ານ ຢຽມຊົມຫ້ອງວາງສະແດງແຕ່ລະປະເທດ. ພ້ອມດຽວກັນນັ້ນ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ແລະ ຄະນະລັດຖະບານລາວ ໄດ້ເຂົ້າຮ່ວມພົບປະກັບ ອົງການ JETRO ແລະ ໃນຊ່ວງໄລຍະສະເຫຼີມສະຫຼອງງານວັນລາວ ກໍ່ໄດ້ມີກອງປະຊຸມສົ່ງເສີມການລົງທືນ ເພື່ອເປັນການດືງດູດໃຫ້ຕ່າງປະເທດມາລົງທືນໃນ ສປປ ລາວໃຫ້ຫຼາຍຂື້ນ.

ວາງສະແດງໂລກທີ່ ໂອຊາກາ, ປະເທດຍີ່ປຸ່ນ ( World Expo OSAKA 2025) ໄດ້ເປີດໃຫ້ທ່ຽວຊົມງານແຕ່ວັນທີ່ 13 ເມສາ ຫາ 13 ຕຸລາ 2025 ທີ່ ເມືອງໂອຊາກາ,  ແຂວງ ຄັນໄຊປະເທດຍີປຸ່ນ, ງານວາງສະແດງໂລກ ( World Expo)  ຈະຈັດຂື້ນທຸກໆ 5 ປີ, ມີຫຼາຍກ່ວາ 100 ປະເທດເຂົ້າຮ່ວມ ເຊີ່ງແຕ່ລະປະເທດຈະມີ ຫ້ອງວາງສະແດງແຫ່ງຊາດ (Pavilion booth) ຂອງແຕ່ລະປະເທດ ຈະອອກແບບ ແລະ ຕົກແຕ່ງໃຫ້ໂດດເດັ່ນ ແລະ ສະແດງເຖີງເອກະລັກຂອງປະເທດຕົນເອງ,  ສປປ ລາວ ກໍ່ໄດ້ເຂົ້າຮ່ວມງານດັ່ງກ່າວ ແລະ ມີຫ້ອງວາງສະແດງແຫ່ງຊາດ (Pavilion booth) ພາຍໃຕ້ຫົວຂໍ້ງານຂອງປີນີ້ແມ່ນ: ການເຕີບໂຕຂອງເສດຖະກິດສີຂຽວ ໄປສູ່ການພັດທະນາແບບຍືນຍົງ ຂອງ ສປປ ລາວ ( Green Growth Economy Toward Sustainability Development of the Lao PDR).

ສປປ ລາວ ເຂົ້າຮ່ວມງານວາງສະແດງໂລກຄັ້ງທຳອິດ ແຕ່ປີ 2000 ທີ່ Hannnover ປະເທດ ເຢຍລະມັນ, ປີ 2005  Ichi ປະເທດ ຍີ່ປຸ່ນ, ປີ 2010 ທີ່   Shanghai  ສປ ຈີນ, ປີ 2015  Milano ປະເທດ ອີຕາລີ, ປີ 2020  Dubai  ປະເທດ ສະຫະລັດອາຣັບອາມີເຣດ ແລະ ປີ 2025 ທີ່ OSAKA ປະເທດຍີປຸ່ນ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword