ສຄອຊ ຮ່ວມກັບ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດກອງປະຊຸມວິຊາການກ່ຽວກັບການເຂົ້າເຖິງເງິນທຶນດ້ານພູມອາກາດ
ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 15 ກໍລະກົດ 2025 – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ປະສົບຜົນສຳເລັດໃນການຈັດກອງປະຊຸມ
ວິຊາການກ່ຽວກັບແຜນງານສະພາກາກບອນໂລກ/Global Carbon Council (GCC), ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກສ່ວນກ່ຽວຂ້ອງໃນການເປີດໂອກາດທາງດ້ານການເງິນເພື່ອສະພາບພູມອາກາດ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງ ວຽງຈັນ, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນຈາກຂະແໜງການທີ່ສໍາຄັນ ເຊັ່ນ: ຂະແໜງກະສິກໍາ, ພະລັງງານ, ພື້ນຖານໂຄງລ່າງ, ແລະ ການອະນຸລັກ.
ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ທ່ຽງທຳ, ຄະນະບໍລິຫານງານ ສຄອຊ, ກອງປະຊຸມດັ່ງກ່າວ ໄດ້ໃຫ້ຄວາມຮູ້ອັນສຳຄັນກ່ຽວກັບການຢັ້ງຢືນ GCC, ຕະຫຼາດກາກບອນ ແລະ ການພັດທະນາໂຄງການທີ່ມີຄວາມເປັນມິດຕໍ່ດິນຟ້າອາກາດ.
“ນີ້ແມ່ນໂອກາດຂອງ ທ່ານ ທີ່ຈະປັບໂຄງການໃຫ້ສອດຄ່ອງກັບມາດຕະຖານສາກົນ, ເຂົ້າເຖິງແຫຼ່ງເງິນທຶນ, ແລະ ວາງຕຳແໜ່ງ ສປປ ລາວ ເປັນຜູ້ນໍາດ້ານການປັບປ່ຽນຕໍ່ການປ່ຽນແປງສະພາບດິນຟ້າອາກາດ” ທ່ານ ສະເຫລີມໄຊ ໄດ້ກ່າວ “ສຄອຊ ຈະເຊື່ອມໂຍງ ພາກທຸລະກິດ, ພາກລັດ, ແລະ GCC ເພື່ອການເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງ.”
ຂໍ້ລິເລີ່ມນີ້ ສະໜັບສະໜູນ NDCs ຂອງ ລາວ ແລະ ການຫັນໄປສູ່ເສດຖະກິດທີ່ມີກາກບອນຕ່ຳໃນອະນາຄົດ!

