ກອງປະຊຸມປືກສາຫາຫລືກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ຂອງ ຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ (ຄທລຈ)

ກອງປະຊຸມປືກສາຫາຫລືກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ຂອງ ຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ (ຄທລຈ)

ນະຄອນຫຼວງວຽງຈັນ, 16 ກໍລະກົດ 2025, ສະພາການຄ້າ ແລະ ອຸດສະຫາກຳ ແຫ່ງຊາດລາວ (ສຄອຊ), ນຳໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ປະທານ

ຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ (ຄທລຈ) ພ້ອມດ້ວຍຄະນະຮອງປະທານ, ສະພາການຄ້າຈີນ ປະຈຳ ສປປ ລາວ, ສະພາການຄ້າ ຈີນ ຕ່າງດາວ, ທະນະຄານຈີນ ປະຈຳ ສປປ ລາວ, ບໍລິສັດເສັ້ນທາງລົດໄຟ ລາວ-ຈີນ ແລະ ພາກທຸລະກິດ ຈຳນວນ 25 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມປືກສາຫາຫລືກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ຂອງ ຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ (ຄທລຈ)

ໃນໂອກາດຄັ້ງນີ້,  ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ສະແດງຄວາມຍີນດີຕ້ອນຮັບຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ (ຄທລຈ) ແລະ ຕີລາຄາສູງຕໍ່ການຈັດກອງປະຊຸມໃນຄັ້ງນີ້, ເຊີ່ງຫ້ອງການ ຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ ໄດ້ສ້າງຕັ້ງຂື້ນໃນວັນທີ 20 ມັງກອນ 2020 ແລະໄດ້ຈັດກອງປະຊຸມພົບປະຄະນະທັ້ງຫມົດ 02 ຄັ້ງ. ສະນັ້ນ, ຈື່ງຖືໂອກາດຄັ້ງນີ້ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ຂອງ ຄະນະ ຄທລຈ ເພື່ອຈະເປັນບາດກ້າວບຸກທະລຸວຽກງານໃນການສົ່ງເສີມການຮ່ວມມື ລາວ-ຈີນ ໂດຍສະເພາະແນ່ໃສ່ສົ່ງເສີມຊຸກຍູ້ການຮ່ວມມືພັດທະນາ ແລະ ອຳນວຍຄວາມສະດວກໃນກອບແຜນວຽກການຮ່ວມມືລຽບຕາມເສັ້ນທາງລົດໄຟ ລາວ-ຈີນ, ປັບປັງສະພາບແວດລ້ອມທຸລະກິດ ລາວ-ຈີນໃຫ້ດີຂື້ນ, ຜັກດັນຊຸກຍູ້ແລະແກ້ໄຂຂໍ້ຂັດແຍ່ງບັນຫາຕ່າງໆທີ່ ພາກທຸລະກິດ ຈີນ ເຂົ້າມາລົງທືນໃນ ສປປ ລາວ ໃຫ້ມີປະສິດທິຜົນຂື້ນ.

ກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການປືກສາຫາຫລືລະດົມຂົນຂວາຍໃນການຊຸກຍູ້ສົ່ງເສີມທຸລະກິດ ລາວ-ຈີນ ໃຫ້ມີປະສິດທິຜົນ, ເພື່ອລາຍງານວຽກງານ ຂອງ ຄທລຈ ປະຈຳປີ 2020-2025 ແລະ ສີ່ງທ້າທາຍແຜນການໃນຕໍ່ໜ້າ ເຊັ່ນ: ການປັບປຸງບຸກຄະລາກອນ ແລະ ຈັດແບ່ງໜ້າທີ່ຊັດເຈນໃຫ້ຄະນະກຳມາທິການ, ລະດົມທືນຮອນເພື່ອໃຊ້ຈ່າຍໃນການເຄື່ອນໄຫວກິດຈະກຳຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ກຳນົດໂຄງການຮ່ວມມືຕົວແບບ ແລະ ຈັດສັນລາຍຮັບຈຳນວນໜື່ງຈາກໂຄງການດັ່ງກ່າວ ສະໜັບສະໜູນການຢ້ຽມຢາມບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ສປປ ລາວ ແລະ ສປ ຈີນ ເພື່ອພົບປະປືກສາຫາຫລື ແລະ ສະເໜີພາລະບົດບາດຂອງຄະນະກຳມາທິການ, ສະເໜີສືກສາກ່ຽວກັບໂຄງການທີ່ມີທ່າແຮງ(ໂຄງການທ່ອງທ່ຽວ, ເຂດປຸງແຕ່ງກະສິກຳ, ເຂດອຸດສາຫະກຳ, ເຂດໂລຈິສຕິກ ແລະ ອື່ນໆ) ຕາມເສັ້ນທາງລົດໄຟ ລາວ-ຈີນ.

ດັ່ງນັ້ນ, ຄະນະ ຄທລຈ ຈື່ງເຫັນວ່າການຈັດກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຢ່າງຍີ່ງ ຕໍ່ກັບວຽກງານການຊຸກຍູ້ສົ່ງເສີມວຽກງານການຄ້າ ແລະ ການລົງທືນ ລາວ-ຈີນ ເພື່ອຂະຫຍາຍຂອບການຮ່ວມມືເຮັດວຽກຂອງຄະນະ ຄທລຈ ໃຫ້ເລີກເຊີ່ງແລະເເໜ້ນແຟ້ນກວ່າເກົ່າ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword