ສຄອຊ ແລະ ສພງ ເປີດຕົວໂຄງການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ
ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 23 ກໍລະກົດ 2025 – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນ ພັດທະນາ ສີມືແຮງງານ (ສພງ)
ພູມໃຈປະກາດເປີດຕົວໂຄງການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ພາຍໃຕ້ໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາ ອາຊຽນ-ສະວິດເຊີແລນ ຢ່າງເປັນທາງການ. ຈັດຂຶ້ນທີ່ ໂຮງແຮມລາວເທວ ນະຄອນຫຼວງ ວຽງຈັນ, ຖືເປັນບາດກ້າວອັນສຳຄັນໃນການຍົກລະດັບຄວາມສາມາດທາງດ້ານແຮງງານຂອງລາວ.
ໂຄງການນີ້ສຸມໃສ່ການທົດສອບສີມືແຮງງານເພື່ອຮັບຮູ້ສິ່ງທີ່ໄດ້ຮຽນຜ່ານມາ (RPL) ພາຍໃນໂຄງການຮຽນວິຊາຊີບຢູ່ສະຖານປະກອບການ (WBL), ເຊິ່ງເປັນສ່ວນໜຶ່ງຂອງໂຄງການ ຂໍ້ລິເລີ່ມດ້ານອາຊີວະສຶກສາ ອາຊຽນ-ສະວິດເຊີແລນ (ASTI). ມີຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ 50 ກວ່າຄົນເຂົ້າຮ່ວມ, ໄດ້ຍົກໃຫ້ເຫັນເຖິງການສະໜັບສະໜູນການຮ່ວມມືທີ່ເຂັ້ມແຂງ.
ໂດຍການເປັນປະທານຮ່ວມຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ, ແລະ ທ່ານ Jean-Gabriel Duss ອຳນວຍການພາກພື້ນຂົງເຂດແມ່ນ້ຳຂອງ ຫ້ອງການຮ່ວມມື ແລະ ກົງສຸນ ແຫ່ງປະເທດສະວິດເຊີແລນ ປະຈໍາ ສປປ ລາວ. ການເປີດຕົວຄັ້ງນີ້ ໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງການປະເມີນທັກສະສຳລັບການປັບຕົວທາງເສດຖະກິດ ແລະ ການພັດທະນາກຳລັງແຮງງານ. ຄວາມຮ່ວມມືລະຫວ່າງພາກລັດ-ພາກທຸລະກິດນີ້ມີຄວາມສຳຄັນຢ່າງຍິ່ງຕໍ່ການປັບທັກສະໃຫ້ສອດຄ່ອງກັບຄວາມຕ້ອງການທາງທຸລະກິດ, ຊຸກຍູ້ຄ່າແຮງງານທີ່ສູງຂຶ້ນ, ແລະ ສົ່ງເສີມຄວາມສາມາດໃນການແຂ່ງຂັນລະດັບຊາດ ແລະ ພາກພື້ນ.
ປັດຈຸບັນ, ມີຜູ້ເຂົ້າທົດສອບແລ້ວ 200 ຄົນ, ໂດຍມີເປົ້າໝາຍ 700 ຄົນ ພາຍໃນ ເດືອນສິງຫາ 2026. ໂຄງການລິເລີ່ມນີ້ ມີເປົ້າໝາຍປະກອບສ່ວນສຳຄັນໃນການພັດທະນາກຳລັງແຮງງານຂອງ ສປປ ລາວ ໃຫ້ມີທັກສະ ແລະ ສາມາດປັບຕົວໄດ້.

