ສະມາຄົມທຸລະກິດກະສິກຳລາວ ແລະ ສະມາຄົມການເງິນຈຸລະພາກລາວ ຮ່ວມມືໃນການສົ່ງເສີມຜູ້ປະກອບ ການກະສິກຳໃນ ສປປ ລາວ
ນະຄອນຫຼວງ ວຽງຈັນ, ສປປ ລາວ, ວັນທີ 5 ສິງຫາ 2025 ທີ່ໂຮງແຮມເດິແກລນ ໄດ້ມີພິທີເຊັນ MOU ລະຫວ່າງ ສະມາຄົມທຸລະກິດກະສິກຳລາວ ກັບ ສະມາຄົມການເງິນຈຸລະພາກລາວ
ໂດຍມີທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທີີ່ບໍ່ແມ່ນທະນາຄານ ທະນາຄານແຫ່ງ ສປປ ລາວ ຮ່ວມເປັນສັກຂີພິຍານ. ຕາງໜ້າສະມາຄົມທຸລະກິດກະສິກຳລາວ ໂດຍ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ຕາງໜ້າສະມາຄົມການເງິນຈຸລະພາກລາວ ໂດຍ ທ່ານ ສົມພອນ ສີແສງລັດ ປະທານສະພາບໍລິຫານສະມາຄົມການເງິນຈຸລະພາກລາວ ໂດຍມີບັນດາທ່ານຮອງປະທານ, ຄະນະບໍລິຫານງານ ແລະ ສະມາຊິກຂອງທັງສອງສະມາຄົມ ແລະ ພະນັກງານເຂົ້າຮ່ວມຫຼາຍກວ່າ 50 ທ່ານ.
ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ ໄດ້ມີຄຳເຫັນວ່າ: ສະມາຄົມທຸລະກິດໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການເຕົ້າໂຮມເອົາຜູ້ປະກອບການດ້ານກະສິກຳເຂົ້າຮ່ວມໃນການເຮັດວຽກຮ່ວມກັນ ແລະ ອຸດໜູນເຊິ່ງກັນແລະກັນ ໂດຍໄດ້ມຸ່ງເນັ້ນໃສ່ການແກ້ໄຂບັນຫາຂໍ້ຄົງຄ້າງທີ່ເປັນຄຳຮຽກຮ້ອງຂອງສະມາຊິກ 3 ບັນຫາຫຼັກ ຄື:
(1) ບັນຫາຕະຫຼາດຮອງຮັບສິນຄ້າກະສິກຳ
(2) ບັນຫາການເຂົ້າຫາແຫລ່ງທຶນ
(3) ບັນຫາທາງດ້ານເຕັກນິກ/ເຕັກໂນໂລຊີຮັບໃຊ້ການຜະລິດກະສິກຳ
ໃນ 3 ບັນຫາດັ່ງກ່າວເຫັນໄດ້ວ່າສະມາຄົມໄດ້ຫາທາງອອກຂອງບັນຫາຕະຫຼາດຮອງຮັບ ເຫັນໄດ້ວ່າແທ້ຈິງແລ້ວຕະຫຼາດຮອງຮັບສິນຄ້າກະສິກຳມີຫຼວງຫຼາຍ ທັງຕະຫຼາດພາຍໃນ ແລະ ຕະຫຼາດຕ່າງປະເທດ ສາມາດເວົ້າໄດ້ວ່າ ມີຫຼາຍຈົນບໍ່ສາມາດຕອບສະໜອງໄດ້ໃນປະຈຸບັນ ພຽງແຕ່ບັນຫາຕະຫຼາດຮອງຮັບມີລາຍລະອຽດທີ່ກ່ຽວຂ້ອງ ເຊັ່ນ: ພຶດຕິກຳຂອງຜູ້ຊື້, ການແຊກແຊງຂອງສິນຄ້າກະສິກຳນຳເຂົ້າຈາກຕ່າງປະເທດ ແລະ ບັນຫາອື່ນໆ. ສ່ວນບັນຫາຫາທາງດ້ານເຕັກນິກ ແລະ ເຕັກໂນໂລຊີກະສິກຳນັ້ນ ກໍ່ສາມາດປະສານສົມທົບກັບສູນຕ່າງໆຂອງພາກລັດເພື່ອຊ່ວຍເຫລືອຜູ້ຜະລິດ ຫຼື ຜູ້ປະກອບການກະສິກຳໄດ້.
ໃນປະຈຸບັນ, ບັນຫາຂໍ້ຄົງຄ້າງທີ່ສະມາຄົມທຸລະກິດກະສິກຳລາວ ຍັງຕ້ອງມຸ່ງໝັ້ນບຸກທະລຸໃນການຊ່ວຍເຫຼືອສະມາຊິກ ແມ່ນການເຂົ້າຫາແຫລ່ງທຶນຮັບໃຊ້ທຸລະກິດກະສິກຳ ເຮັດແນວໃດຈະຊ່ວຍອຳນວຍຄວາມສະດວກໃນການເຂົ້າຫາແຫຼ່ງທຶນຂອງສະມາຊິກໄດ້ຢ່າງສະດວກ ໃຫ້ເຂົາເຈົ້າຜູ້ທີ່ມີຄວາມອາດສາມາດ ແລະ ມີຄຸນສົມບັດທີ່ເໝາະສົມມີຄວາມເຂັ້ມແຂງ ແລະ ຍືນຍົງ. ດັ່ງນັ້ນ, ພິທີເຊັນ MOU ຮ່ວມກັນຂອງສະມາຄົມໃນມື້ນີ້ ຈະເປັນຈຸດລິເລີ່ມໃນການເຮັດວຽກຮ່ວມກັນຂອງສອງສະມາຄົມໃນການແລກປ່ຽນຂໍ້ມູນ, ຮ່ວມກັນສຶກສາຄວາມເປັນໄປໄດ້ໃນການສົ່ງເສີມຜູ້ປະກອບການກະສິກຳ ແລະ ການຈັດຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານຕ່າງໆໃນການເຮັດທຸລະກິດກະສິກຳ ຕະຫຼອດເຖິງການຂຽນແຜນທຸລະກິດຂອງສະມາຊິກ ເພື່ອໃຫ້ສາມາດຄັດຈ້ອນໄດ້ຜູ້ປະກອບການທີ່ມີຄວາມອາດສາມາດ, ມີວິໄນ ແລະ ມີີຄຸນສົມບັດທີ່ເໝາະສົມສາມາດເຂົ້າຫາແຫລ່ງທຶນໄດ້ຢ່າງສະດວກ.
ທ່ານ ບຸນທ່ຽງ ລັດຕະນະວົງ ຍັງໄດ້ກ່າວວ່າ ສະມາຄົມທຸລະກິດກະສິກຳລາວ ໄດ້ມີໂຄງການຈຸດສຸມການຜະລິດກະສິກຳເປັນສິນຄ້າ ທັງໂຄງການປູກຝັງ, ໂຄງການລ້ຽງສັດ ແລະ ການປະມົງ (ລ້ຽງສັດນ້ຳ) ທີ່ມີຕະຫຼາດຮອງຮັບທີ່ແນ່ນອນ ທັງຕະຫຼາດພາຍໃນ ແລະ ຕະຫຼາດຕ່າງປະເທດ. ເຊິ່ງພາຍຫລັງການເຊັນ MOU ໃນຄັ້ງນີ້ ກໍ່ຈະມີການຮ່ວມກັນສືບຕໍ່ຜັນຂະຫາຍສູ່ພາກປະຕິບັດເພື່ອໃຫ້ມີໝາກຜົນຢ່າງເປັນຮູບປະທຳ ແລະ ມີີປະສິດທິພາບ.
(ພາບ ແລະ ຂ່າວຈາກ: ສະມາຄົມທຸລະກິດກະສິກຳລາວ)
