ລັດວິສາຫະກິດໄຟ້ຟ້າລາວ ຄວ້າແຊ໋ມ ບານເຕະມິດຕະພາບ ຄົບຮອບ 35 ປີ ແລະ ປີດງານແຂ່ງຂັນກິລາບານເຕະມິດຕະພາບ ຄົບຮອບ 35 ປີ ຢ່າງເປັນທາງການ

ລັດວິສາຫະກິດໄຟ້ຟ້າລາວ ຄວ້າແຊ໋ມ ບານເຕະມິດຕະພາບ ຄົບຮອບ 35 ປີ ແລະ ປີດງານແຂ່ງຂັນກິລາບານເຕະມິດຕະພາບ ຄົບຮອບ 35 ປີ ຢ່າງເປັນທາງການ

05:00 ໂມງ, ນະຄອນຫຼວງວຽງຈັນ 08 ສິງຫາ 2025 – ງານແຂ່ງຂັນກິລາບານເຕະມິດຕະພາບ ຄົບຮອບ 35 ປີ ສຄອຊ ໄດ້ປິດຢ່າງເປັນທາງການ ທີ່ເດີນກິລາ ເຟີລາລີ້ FC

ງານດັ່ງກ່າວໄດ້ຈັດຂື້ນເພື່ອສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສຳຄັນຂອງຊາດລາວເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ເພື່ອເປັນການສ້າງຄວາມສາມັກຄີຮັກແພງລະຫວ່າງອົງກອນນຳກັນ. ກິດຈະກຳດັ່ງກ່າວໄດ້ຮັບການສະຫຼັບສະໜູນຈາກຫຼາຍພາກສ່ວນເຊັ່ນ: ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ບໍລິສັດ ເບຍລາວ ຈໍາກັດ, ບໍລິສັດ ສະຫວັນ ປາຊີຟິກາ ດີວີລົບເມັນ ຈຳກັດ, ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຫົວຢວນ ການລົງທຶນ, ສະຖາບັນການເງິນຈຸລະພາກທີ່ຮັບຝາກ ນິວຄອນເຊັບ ຈຳກັດ,
ບໍລິສັດ ລາວ-ຊຽງຟົງ ປິຈິເນສ ທ່ອງທ່ຽວ ພັດທະນາ ຈຳກັດຜູ້ດຽວ, ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈໍາກັດຜູ້ດຽວ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ, ບໍລິສັດ ATI Trade Investment,ໂຮງງານອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ, ບໍລິສັດ ສາມເອັສ໌ພັດທະນາ ຈຳກັດຜູ້ດຽວ, ບໍລິສັດ ກຸ່ມຄໍາໄພຊະນະ ຈຳກັດຜູ້ດຽວ, ບໍລິສັດ ໄອຈ໋ອບ ຈຳກັດ, Skaff group, Taykeo Textiles Gallery, ລັດວິສາຫະກິດພັດທະນາແຮ່ທາດລາວ, ລັດວິສະຫະກິດ ນ້ຳມັນເຊື້ອໄຟລາວ.
ງານດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມພິທີປີດໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ ແລະ ນັກກິລາເຂົ້າຮ່ວມຫຼາຍກວ່າ 200 ທ່ານ.
ການແຂ່ງຂັນກິລາບານເຕະມິດຕະພາບໃນຄັ້ງນີ້ມີທີມນັກກິລາຈາກ 12 ພາກສ່ວນເຂົ້າຮ່ວມ ປະກອບມີ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ລັດວິສາຫະກິດ ໄຟຟ້າລາວ, ສະມາຄົມທະນາຄານລາວ, ສະມາຄົມເຟີນີເຈີລາວ, ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ໄດ້ຈັດການແຂ່ງຂັນໃນວັນທີ 2 ສິງຫາ ຜ່ານມາສາມາດຄັດໄດ້ທີມທີ່ເຂົ້າສູ່ຮອບຮອງຊະນະເລີດ 4 ທີມ ປະກອບມີ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ລັດວິສາຫະກິດໄຟ້ຟ້າລາວ ແລະ ສະມາຄົມເຟີນີເຈີລາວ.
ງານແຂ່ງຂັນໄດ້ດຳເນີນດ້ວຍຄວາມຟົດຟື້ນ ເຊິ່ງການແຂ່ງຂັນໄດ້ດຳເນີນໄປຕາມກະຕິກາ ແລະ ສາມັກຄີກັນຮັກແພງ ແລະ ເປັນການພົບກັນລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ພົບກັບ ສະມາຄົມເຟີນີເຈີລາວ ແລະ ກະຊວງສາທາລະນະສຸກ ພົບກັບ ລັດວິສາຫະກິດໄຟຟ້າລາວ ເພື່ອຄັດເລືອກເອົາທີມເຂົ້າຊິງຊະນະເລີດ.
.
ຜ່ານການແຂ່ງຂັນທີມໄດ້ຮັບໄຊຊະນະເລີດແມ່ນ ທີມລັດວິສາຫະກິດໄຟ້ຟ້າລາວ ແລະ ຮອງຊະນະເລີດໄດ້ແກ່ ທີມສະມາຄົມເຟີນີເຈີລາວ.
.
ງານດັ່ງກ່າວຍັງໄດ້ມີການແຂ່ງຂັນນັດພິເສດເພື່ອສ້າງຄວາມສາມັກຄີ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ເຊີ່ງນຳໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພົບກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຊີ່ງນຳໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຜົນການແຂ່ງຂັນແມ່ນສະເໜີກັນ 3-3 ປະຕູ

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword