ສະພາການຄ້າ ຮ່ວມກັບ ສະມາຄົມທຸລະກິດກະສິກຳລາວ ຜັກດັນການສົ່ງອອກ “ສົ້ມພໍດີ” ສູ່ຕະຫຼາດ ສ.ເກົາຫຼີ ພາຍໃຕ້ຮູບແບບການສົ່ງເສີມທຸລະກິດກະສິກຳ ສຄອຊ 4 ຮ່ວມ

ສະພາການຄ້າ ຮ່ວມກັບ ສະມາຄົມທຸລະກິດກະສິກຳລາວ ຜັກດັນການສົ່ງອອກ “ສົ້ມພໍດີ” ສູ່ຕະຫຼາດ ສ.ເກົາຫຼີ ພາຍໃຕ້ຮູບແບບການສົ່ງເສີມທຸລະກິດກະສິກຳ ສຄອຊ 4 ຮ່ວມ

ແຂວງວຽງຈັນ, 14 ສິງຫາ 2025 – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຮ່ວມກັບ ສະມາຄົມທຸລະກິດກະສິກຳລາວ (ສທກລ) ຈັດພິທີເປີດໂຕໂຄງການຈຸດສຸມຂອງສະມາຄົມ

ຢ່າງເປັນທາງການ ພ້ອມທັງມີພິທີເຊັນສັນຍາການຊື້-ຂາຍ “ສົ້ມພໍດີ” ລະຫວ່າງ ສະມາຄົມທຸລະກິດກະສິກຳລາວ ແລະ ບໍລິສັດ ຣໍກາ ຈຳກັດ (RAWGA SOLE CO., LTD) ຈາກ ສາທາລະນະລັດ ເກົາຫຼີ.

ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການໃຫ້ກຽດກ່າວເປີດພິທີຂອງ ທ່ານ ບຸນເລີດ ຫລວງປະເສີດ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ພ້ອມດ້ວຍການເຂົ້າຮ່ວມຂອງທ່ານ ບຸນທ່ຽງ ລັດຕະນະວົງ, ປະທານສະມາຄົມທຸລະກິດກະສິກຳລາວ, ທ່ານ Sungku Shim, ຕາງໜ້າບໍລິສັດ ຣໍກາ ຈຳກັດ, ພ້ອມດ້ວຍບັນດາທ່ານເຈົ້າເມືອງ, ຕາງໜ້າພາກລັດ ແລະ ຜູ້ປະກອບການຢ່າງພ້ອມພຽງ.

ໂຄງການດັ່ງກ່າວໄດ້ເລີ່ມແຕ່ວັນທີ 7 ມິຖຸນາ ຫາ ວັນທີ 1 ກໍລະກົດ ປີ 2025 ມີການລົງທຶນແລ້ວ 447,764,000ກີບ ໃນນີ້ມີທືນໝູນວຽນ 234,842,000 ກີບ ໂດຍຈະຜະລິດພືດເສດຖະກິດທີ່ເປັນຈຸດສຸມເຊັ່ນ: ສົ້ມພໍດີ, ໝາກງາດໍາ-ຂາວ; ແນວພັນຫອມບົ່ວ ແລະ ພືດອື່ນ ສະໜອງຕະຫລາດ ທີ່ມີຄວາມຕ້ອງການຫລາຍຂື້ນ ແລະ ເຊັນສັນຍາຕົກລົງ ຊື້-ຂາຍ ໝາກສົ້ມພໍດີແຫ້ງ 120 ໂຕນ ມູນຄ່າ 16.200.000.000 ກີບ ກັບ ບໍລິສັດ ຣໍກາ ຈໍາກັດຜູ້ດຽວ.

ທ່ານ ບຸນເລີດ ຫລວງປະເສີດ ໄດ້ກ່າວເນັ້ນວ່າ: ສຄອຊ ໄດ້ກຳນົດໃຫ້ການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານທຸລະກິດກະສິກຳ ເປັນໜຶ່ງໃນພາລະກິດສຳຄັນ ເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານ ໃນການສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າ ແລະ ຊຸກຍູ້ການຜະລິດກະສິກຳໃຫ້ກາຍເປັນສິນຄ້າສົ່ງອອກ. ການເປີດໂຕໂຄງການຈຸດສຸມ ແລະ ການເຊັນບົດບັນທຶກໃນມື້ນີ້ ໄດ້ສະແດງໃຫ້ເຫັນເຖິງການຈັດຕັ້ງປະຕິບັດແນວທາງດັ່ງກ່າວຢ່າງເປັນຮູບປະທຳ.

ຈຸດເດັ່ນທີ່ໜ້າສົນໃຈຂອງໂຄງການນີ້ ຈະເປັນໂຄງການຕົວແບບກົນໄກການຮ່ວມມືທີ່ມີຄວາມເຂັ້ມແຂງ, ມີຂະແໜງການເງິນທີ່ພ້ອມຈະສະໜັບສະໜູນ ແລະ ຂະແໜງການພາກລັດທີ່ພ້ອມຈະສະໜັບສະໜູນແນວພັນ ແລະ ການຂົນສົ່ງ ເຊີີ່ງເປັນໄປຕາມ ຮູບແບບການສົ່ງເສີມທຸລະກິດກະສິກຳ ສຄອຊ ເປັນການສ້າງລະບົບກົນໄກ 4 ຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການກະສິກຳຢ່າງຄົບຊຸດ, ປະກອບມີ:

  1. ຜູ້ຜະລິດ: ສະມາຊິກຂອງສະມາຄົມ ເຊັ່ນ: ກຸ່ມ, ສະຫະກອນ ຫຼື ຜູ້ປະກອບການ.
  2. ຜູ້ສະໜອງປັດໄຈການຜະລິດ: ເຊັ່ນ: ແນວພັນ, ຝຸ່ນ, ກົນຈັກ ແລະ ອຸປະກອນຕ່າງໆ.
  3. ຕະຫຼາດ: ການເຊື່ອມຕໍ່ທັງຕະຫຼາດພາຍໃນ (ໂຮງງານ, ໂຮງແຮມ, ຊຸບເປີມາເກັດ) ແລະ ຕະຫຼາດສົ່ງອອກ.
  4. ສະຖາບັນການເງິນ: ການສ້າງຊ່ອງທາງໃນການເຂົ້າເຖິງແຫຼ່ງທຶນຈາກທະນາຄານ ແລະ ສະຖາບັນການເງິນຕ່າງໆ.

ການເຊັນສັນຍາຊື້-ຂາຍສົ້ມພໍດີ ກັບບໍລິສັດ ຣາກໍ ຈຳກັດ ໃນຄັ້ງນີ້ ຖືເປັນຜົນສຳເລັດກ້າວທຳອິດຂອງການນຳໃຊ້ຮູບແບບດັ່ງກ່າວ ເຊິ່ງຈະເປັນການສ້າງຕະຫຼາດທີ່ແນ່ນອນ ແລະ ໝັ້ນຄົງໃຫ້ແກ່ກະສິກອນຜູ້ປູກສົ້ມພໍດີ, ທັງເປັນການເປີດປະຕູສູ່ການສົ່ງອອກສິນຄ້າກະສິກຳລາວໄປສູ່ຕະຫຼາດສາກົນໃຫ້ນັບມື້ນັບກວ້າງຂວາງຂຶ້ນ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword