ກອງປະຊຸມປຶກສາຫາລື ພາກທຸລະກິດຂະແໜງການບໍລິການ
ໃນຕອນເຊົ້າ ວັນທີ 26 ສິ່ງຫາ 2025 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ພາກທຸລະກິດຂະແໜງການບໍລິການ ພາຍໃຕ້ການເປັນປະທານຂອງ
ທ່ານ ນ. ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ພ້ອມທັງເປັນ ຫົວໜ້າໜ່ວຍງານປຶກສາຫາລື ຂະແໜງການບໍລິການ ເຊິ່ງມີຜູ້ເຂົ້າຮ່ວມຈາກ ຄະນະໜ່ວຍງານປຶກສາຫາລື ຂະແໜງການບໍລິການ, ຄະນະບໍລິຫານງານ ສຄອຊ, ຕາງໜ້າຈາກ ກຸ່ມ ສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ ປະຈຳ ສປປ ລາວ, ພ້ອມດ້ວຍບັນດາບໍໍລິສັດໃນຂົງເຂດການສຶກສາ, ການພິມ-ໂຄສະນາ, ສູນການແພດ, ກໍ່ສ້າງ ແລະ ຂະແໜງການ ICT ເຂົ້າຮ່ວມ ທັງໝົດເປັນຈໍານວນ 41 ທ່ານ, ຍິງ 26 ທ່ານ.
ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືກ່ຽວກັບໂອກາດ ແລະ ສິ່ງທ້າທາຍໃນຂະແໜງການບໍລິການ ທີ່ກໍາລັງພົບພໍ້, ກຳນົດບັນຫາທີ່ສໍາຄັນ, ສະເໜີແນວທາງການແກ້ໄຂໃໝ່ ເພື່ອຊຸກຍູ້ ໃຫ້ມີການປັບປຸງນະໂຍບາຍ ຫຼື ລະບຽບການທີ່ພາກລັດວາງອອກ ເພື່ອສົ່ງເສີມ ແລະ ເພີ່ມຄວາມເຂັ້ມແຂງ, ພ້ອມທັງລາຍງານ ແລະ ຄວາມຄືບໜ້າການແກ້ໄຂບັນຫາ ທີ່ຂະແໜງການບໍລິການໄດ້ຍົກຂຶ້້ນໃນຄັ້ງຜ່ານມາ. ເຊິ່ງກອງປະຊຸມດັ່ງກ່າວໄດ້ປຶກສາຫາລືເຖິງບັນຫາ ການຂະຫຍາຍທຸລະກິດຂອງສະຖາບັນການເງິນ, ການຂໍອະນຸຍາດການລົງທຶນ, ການຂໍອະນຸຍາດດັດແກ້ທະບຽນວິສາຫະກິດ, ອັດຕາແລກປ່ຽນເງິນຕາກັບການລົງທຶນ, ບັນຫາກາປະທັບຂອງບັນດາວິສາຫະກິດ, ລະບຽບການ ແລະ ຄ່າທຳນຽມຂອງການຂໍອະນຸຍາດຂຶ້ນປ້າຍໂຄສະນາ, ການເກັບລາຍຮັບ 1% ຂອງໃບບິນທີ່ຂາຍສິນຄ້າຂອງຂະແໜງການ ICT ເຂົ້າກອງທຶນພັດທະນາໂທລະຄົມມະນາຄົມ, ການຄາດແຄນຄູ່ອາຈານໃນຂະແໜງການສຶກສາ, ການຍົກເວັ້ນພາສີການນຳເຂົ້າເພື່ອມາສະໜອງເຂົ້າໃນຂະແໜງການສຶກສາ, ຊຸກຍູ້ການຂໍໃບອະນຸຍາດ ຕ່າງໆ ໃຫ້ຫັນເປັນລະບົບອອນລາຍ ແລະ ບັນຫາອື່ນໆ.
ພາຍຫຼັງກອງປະຊຸມນີ້, ກອງເລຂາກອງປະຊຸມທຸລະກິດລາວ ທີ່ປະຈໍາຢູ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ໜ່ວຍງານປຶກສາຫາລື ຂະແໜງການບໍລິການ, ຈະໄດ້ຮວບຮວມບັນຫາບູລິມະສິດ ທີ່ຜູ້ເຂົ້າຮ່ວມໄດ້ສະເໜີ ແລະ ກະກຽມບົດສະເໜີບັນຫາ ເພື່ອສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ຄົ້ນຄວ້າ ແລະ ກະກຽມສໍາລັບກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນຂັ້ນຕໍ່ໄປ.

