ກອງປະຊຸມພົບປະນັກທຸລະກິດ ລາວ-ອາເມຣິກາ (Laos-US Business Roundtable Dialogue)
ວໍຊີງຕັນ ດີຊີ, ສະຫະລັດອາເມຣິກາ, ລະຫວ່າງວັນທີ 27-30 ກັນຍາ 2025, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ນຳໂດຍ ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ອາເມຣິກາ (Laos-US Business Roundtable Dialogue) ໂດຍການຮ່ວມມືກັນຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ສະພາການຄ້າ ສ. ອາເມຣິກາ, ສະພາທີ່ປຶກສາທຸລະກິດ ສ. ອາເມຣິກາ – ອາຊຽນ ແລະ ສະມາຄົມນັກທຸລະກິດ ລາວ – ສ.ອາເມຣິກາ ປະຈໍາ ສປປ ລາວ, ເຊິ່ງພາຍໃນງານດັ່ງກ່າວໃຫ້ກຽດການເປັນປະທານກອງປະຊຸມໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ພູໂຂງ ສີສຸລາດ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ອາເມຣິກາ, ທ່ານ Amb. Brian D. McFeeters, ປະທານ ແລະ ຜູ້ອໍານວຍການໃຫຍ່ສະພາທີ່ປຶກສາທຸລະກິດ ສ. ອາເມຣິກາ – ອາຊຽນ, ທ່ານ ນາງ Jacqueline J. Spence, ປະທານສະມາຄົມນັກທຸລະກິດ ລາວ-ສ. ອາເມຣິກາ ປະຈໍາ ສປປ ລາວ, ບັນດາພາກລັດ ແລະ ພາກທຸລະກິດ ທັງ 2 ປະເທດລວມທັງໝົດ 60 ທ່ານ.
ຈຸດປະສົງຂອງກອງປະຊຸມໂຕະມົນ
• ການເຈລະຈານະໂຍບາຍ ແລະ ການຄ້າ: ເພື່ອສ້າງເວທີໃຫ້ເຈົ້າໜ້າທີ່ລັດຖະບານລາວ ແລະ ຄູ່ຮ່ວມງານຝ່າຍສະຫະລັດອາເມຣິກາ ໄດ້ປຶກສາຫາລືກ່ຽວກັບບູລິມະສິດທາງດ້ານເສດຖະກິດ, ອັດຕາພາສີ, ການຄ້າ ແລະ ລະບຽບການລົງທຶນ..• ຂະຫຍາຍໂອກາດທາງດ້ານທຸລະກິດ ແລະ ການລົງທຶນ: ເພື່ອອຳນວຍຄວາມສະດວກໃນການແລກປ່ຽນລະຫວ່າງພາກທຸລະກິດລາວ ແລະ ສະຫະລັດອາເມຣິກາ ເພື່ອສຳຫຼວດຂະແໜງການທີ່ມີທ່າແຮງການຂະຫຍາຍຕົວ ເຊັ່ນ: ພື້ນຖານໂຄງລ່າງ ແລະ ເຕັກໂນໂລຢີ.
• ການຮ່ວມມື ແລະ ການພົວພັນ: ເພື່ອສ້າງຄວາມເຂັ້ມແຂງໃນການພົວພັນກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ຜູ້ນໍາທຸລະກິດສະຫະລັດອາເມຣິກາ, ແລະ ຄູ່ຮ່ວມງານສາກົນ ເພື່ອຊຸກຍູ້ຂໍ້ລິເລີ່ມທາງດ້ານເສດຖະກິດທີ່ມີຜົນປະໂຫຍດຮ່ວມກັນ.
• ການສ້າງເຄືອຂ່າຍ ແລະ ການມີສ່ວນຮ່ວມ: ເພື່ອສ້າງສາຍພົວພັນທີ່ຍືນຍົງກັບເຈົ້າໜ້າທີ່ລັດຖະບານ, ຜູ້ນໍາພາກທຸລະກິດເອກະຊົນ, ແລະ ຊາວລາວທີ່ອາໄສຢູ່ຕ່າງປະເທດ ເພື່ອຂະຫຍາຍການຮ່ວມມື ແລະ ໂອກາດໃນອະນາຄົດ.

