ຖະແຫຼງຂ່າວກ່ຽວກັບການຈັດ “ກອງປະຊຸມສຳມະນາພິເສດ ການສົ່ງເສີມທຸລະກິດກະສິກຳລາວ”
ນະຄອນຫຼວງວຽງຈັນ, 22 ຕຸລາ 2025, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ຮ່ວມກັບ ສະມາຄົມທຸລະກິດກະສິກຳລາວ ໄດ້ຈັດຖະແຫຼງຂ່າວກ່ຽວກັບການຈັດ “ກອງປະຊຸມສຳມະນາພິເສດ ການສົ່ງເສີມທຸລະກິດກະສິກຳລາວ”.
ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ, ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ, ທ່ານ ຄຳອ້ວນ ຄຳພູແກ້ວ ຮອງປະທານ ສະມາຄົມທຸລະກິດກະສິກຳລາວ ແລະ ທ່ານ ບຸນຊອດ ຟອງຊະນິດ ຮອງຜູ້ອຳນວຍການ ທະນາຄານນະໂຍບາຍ.
ກອງປະຊຸມດັ່ງກ່າວເປັນການຮ່ວມມືກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະມາຄົມທຸລະກິດກະສິກຳລາວ ເຊິ່ງມີ ທະນາຄານພັດທະນາອາຊີ (ADB) ເປັນຜູ້ສະໜັບສະໜູນຫຼັກ.
ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ໄດ້ເນັ້ນໜັກວ່າ ຈຸດປະສົງຂອງການຈັດກອງປະຊຸມນີ້ແມ່ນເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການຜະລິດກະສິກຳພາຍໃນ, ທົດແທນການນໍາເຂົ້າ ແລະ ການຜະລິດເພື່ອສົ່ງອອກ. ພ້ອມນັ້ນ, ກໍເພື່ອຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດມີການຂະຫຍາຍຕົວແບບຍືນຍົງ.
ກອງປະຊຸມຈະຈັດຂຶ້ນໃນ ວັນທີ 31 ຕຸລາ 2025 ເປັນເວລາ 1 ວັນເຕັມ. ຄາດຄະເນວ່າຈະມີຜູ້ເຂົ້າຮ່ວມປະມານ 300 ທ່ານ, ລວມທັງແຂກຈາກພາກລັດ, ອົງການຈັດຕັ້ງສາກົນ, ສຄອຊ 18 ແຂວງ, ສະມາຄົມທຸລະກິດ, ກຸ່ມກະສິກຳ, ກຸ່ມຕະຫຼາດ, ທະນາຄານ/ສະຖາບັນການເງິນ, ສະຫະກອນ ແລະ ຫົວໜ່ວຍທຸລະກິດທີ່ຕິດພັນກັບຕ່ອງໂສ້ທຸລະກິດກະສິກຳ.
ຈຸດປະສົງຫຼັກຂອງງານແມ່ນເພື່ອປຶກສາຫາລືວິທີການນໍາໃຊ້ໂອກາດໃໝ່ຕ່າງໆ ເພື່ອຊ່ວຍໃຫ້ທຸລະກິດກະສິກໍາຂອງລາວເຕີບໂຕຂະຫຍາຍຕົວ ແລະ ເພື່ອປຶກສາຫາລືກ່ຽວກັບການນຳພາຂະແໜງກະສິກໍາຂອງ ສປປ ລາວສູ່ຕະຫຼາດສາກົນໃນອານາຄົດ.
• ພາກເຊົ້າ: ຈະມີການສົນທະນາແບບເປີດ ເພື່ອແລກປ່ຽນແນວຄວາມຄິດ ແລະ ມຸມມອງກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ກັບທຸລະກິດກະສິກຳລາວ.
• ພາກບ່າຍ: ຈະນໍາສະເໜີຜົນໄດ້ຮັບຕໍ່ກະຊວງທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມງານທີ່ສໍາຄັນ ເພື່ອສ້າງແຜນຍຸດທະສາດທີ່ຊັດເຈນໃນການສ້າງກົນໄກການປະສານງານ ເພື່ອອໍານວຍຄວາມສະດວກໃຫ້ແກ່ທຸລະກິດກະສິກຳລາວ.
• ນອກຈາກນີ້, ຍັງຈະມີພິທີ ເຊັນສັນຍາສະໜອງທຶນ ໃຫ້ໂຄງການຈຸດສຸມຜະລິດສິນຄ້າຫຼຸດຜ່ອນການນໍາເຂົ້າ.
ກອງປະຊຸມຄັ້ງນີ້ ຄາດຫວັງວ່າຈະ:
• ສ້າງຄວາມເຂົ້າໃຈຕໍ່ທຸກພາກສ່ວນ ກ່ຽວກັບໂອກາດໃໝ່ຈາກການທີ່ ສປປ ລາວ ກາຍເປັນ “ປະເທດທີ່ມີການເຊື່ອມໂຍງທາງບົກ”.
• ກໍານົດທິດທາງ ແລະ ວິທີແກ້ໄຂຕໍ່ກັບຄວາມຕ້ອງການຂອງຕະຫຼາດອາຊຽນ, ຈີນ.
• ກຳນົດກົນໄກປະສານງານລະຫວ່າງ ຜູ້ຜະລິດ, ຜູ້ຊື້, ຜູ້ສະໜອງປັດໃຈການຜະລິດ ແລະ ສະຖາບັນການເງິນ.
• ສ້າງຄວາມມຸ່ງໝັ້ນຕໍ່ແຜນປະຕິບັດງານທີ່ຊັດເຈນ ເຊິ່ງຈະເປັນພື້ນຖານສໍາລັບຍຸດທະສາດໃນໄລຍະຍາວ ເພື່ອຫັນປ່ຽນທຸລະກິດກະສິກໍາລາວ ໃນໄລຍະ 5 ປີ (2025-2030).
ທ່ານ ບຸນເລີດ ຫຼວງປະເສີດ ໄດ້ເຊີນຊວນທຸກພາກສ່ວນທີ່ມີຄວາມສົນໃຈໃນຕ່ອງໂສ້ທຸລະກິດກະສິກຳເຂົ້າຮ່ວມປຶກສາຫາລືແລກປ່ຽນຂໍ້ມູນຂ່າວສານ. ແລະ ລົງທະບຽນເຂົ້າຮ່ວມໄດ້ທີ່ກອງເລຂາ ສຄອຊ ຫຼື ສະມາຄົມທຸລະກິດກະສິກຳລາວ. (ບ່ອນນັ່ງມີຈຳກັດ)

