ກອງປະຊຸມສຳມະນາພິເສດ “ການສົ່ງເສີມທຸລະກິດກະສິກຳລາວ”
ໃນວັນທີ 31 ຕຸລາ 2025 ທີ່ຜ່ານມາ, ເວລາ 8:30 – 16:00 ໂມງ ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ຮ່ວມກັບ ສະມາຄົມທຸລກິດກະສິກຳລາວ ໄດ້ມີການຈັດກອງປະຊຸມສຳມະນາພິເສດ “ການສົ່ງເສີມທຸລະກິດກະສິກຳລາວ” ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ແລະ ມີ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງ ຊາດລາວ ທັງເປັນຫົວໜ້າຄະນະພັດທະນາທຸລະກິດກະສິກຳ ສຄອຊ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານ ສະມາຄົມ ທຸລະກິດກະສິກຳລາວ, ທ່ານຜູ້ຕາງໜ້າຈາກ ທະນາຄານພັດທະນາອາຊີ (ADB), ແຂກຈາກພາກລັດ, ອົງການຈັດຕັ້ງ ສາກົນ, ສະພາການຄ້າ ແລະ ອຸດສາຫະກຳ 18 ແຂວງ, ສະມາຄົມທຸລະກິດ, ກຸ່ມກະສິກຳແຕ່ລະຂະແໜງ, ກຸ່ມຕະຫຼາດ , ທະນາຄານ/ສະຖາບັນການເງິນ, ສະຫະກອນ, ຫົວໜ່ວຍທຸລະກິດກະສິກຳ ແລະ ພາກສ່ວນອື່ນໆ ທີ່ຕິດພັນກັບຕອງ ໂສ້ທຸລະກິດກະສິກຳ ເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ກ່າວເປີດກອງປະຊຸມວ່າ: ປັດຈຸບັນ, ພວກເຮົາໄດ້ຫັນປ່ຽນກາຍເປັນປະເທດ ທີ່ມີການເຊື່ອມໂຍງທາງດ້ານພູມສັນຖານ ຢ່າງແທ້ຈິງ ໂດຍມີເສັ້ນທາງລົດໄຟ ເປັນເສັ້ນທາງໂດຍກົງໄປສູ່ຕະຫຼາດກະສິກໍາ ແລະ ອາຫານທີ່ສາມາດເຂົ້າເຖິງຄູ່ຄ້າໄດ້ຢ່າງວ່ອງໄວ ມີການເຊື່ອມໂຍງກັບຕະຫຼາດຂະໜາດໃຫຍ່ ເຊັ່ນ: ຕະຫຼາດຈີນ ແລະ ຕະຫຼາດພາກພື້ນອາຊຽນ ຊຶ່ງໄດ້ເປີດໂອກາດໃໝ່ ໂດຍສະເພາະຊຸກຍູ້ສົ່ງເສີມການຜະລິດກະສິກໍາພາຍໃນ, ນອກຈາກເປັນການທົດແທນການນໍາເຂົ້າ ຍັງເປັນການຜະລິດເພື່ອສົ່ງອອກ; ພ້ອມດຽວກັນນັ້ນ, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ຫົວໜ່ວຍທຸລະກິດ ໃຫ້ມີການຂະຫຍາຍຕົວແບບຍືນຍົງ, ສຄອຊ ແລະ ສະມາຄົມທຸລະກິດກະສິກໍາລາວ ຈຶ່ງໄດ້ຈັດກອງປະຊຸມສຳມະນາພິເສດນີ້ຂຶ້ນ.

ໃນພາກເຊົ້າ, ໄດ້ມີການສົນທະນາຫຼາຍບັນຫາ ແລະ ຫຼາຍຫົວຂໍ້ທີ່ກ່ຽວຂ້ອງກັບການສ້າງຄວາມເຂັ້ມແຂງໃຫ້ ກັບທຸລະກິດກະສິກຳ ແບບເປີດເພື່ອແລກປ່ຽນແນວຄວາມຄິດ ແລະ ມຸມມອງຂອງທຸລະກິດກະສິກຳລາວ. ໃນພາກບ່າຍ, ໄດ້ນໍາເອົາຜົນໄດ້ຮັບຈາກການສົນທະນາໃນພາກເຊົ້າມາລາຍງານ ໃຫ້ກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ຄູ່ ຮ່ວມງານທີ່ສໍາຄັນເພື່ອສ້າງແຜນຍຸດທະສາດທີ່ຊັດເຈນໃນການສ້າງກົນໄກການປະສານງານເພື່ອອໍານວຍຄວາມສະດວກ ໃຫ້ກັບທຸລະກິດກະສິກຳລາວ.


ກອງປະຊຸມຍັງໄດ້ຮັບຟັງ ການໂອ້ລົມຂອງ ທ່ານ ຈັນທະບູນ ສຸກອາລຸນ ຊຶ່ງໄດ້ເນັ້ນຢໍ້າເຖິງຄວາມເຂົ້າໃຈຂອງພາກລັດ ຕໍ່ກັບການສ້າງກະສິກໍາທີ່ເຂັ້ມແຂງ ກໍຄືເປົ້າໝາຍການຜະລິດຕາມຄາດໝາຍ, ແຕ່ຕະຫຼາດ ແລະ ການປຸງແຕ່ງ ຄືເສັ້ນເລືອດໃຫຍ່ທີ່ສູບສີດໃຫ້ລະບົບຕ່ອງໂສ້, ຄວາມສໍາເລັດຂອງທຸລະກິດກະສິກໍາ ຈະເປັນປັດໄຈຕັດສິນໃນການບັນລຸເປົ້າໝາຍ “ເສດຖະກິດເອກະລາດເປັນເຈົ້າຕົນເອງ” ຂອງພັກ. ດັ່ງນັ້ນ, ກະຊວງ ອຄ ຈຶ່ງໃຫ້ຄໍາໝັ້້ນສັນຍາ ແລະ ຈະໃຫ້ທິດຊີ້ນໍາ 3 ດ້ານຫຼັກ ທີ່ຕອບສະໜອງຕໍ່ທຸກບັນຫາ ທີ່ໄດ້ຍົກຂຶ້ນມາຄື: ທິດທາງທີ 1 ຫັນວັດຖຸດິບສູ່ການປຸງແຕ່ງເພື່ອສ້າງມູນຄ່າ, ທິດທາງທີ 2 ປົດລ໊ອກແຫຼ່ງທຶນດ້ວຍ ກສລ ແລະ ການຄໍ້າປະກັນແບບໃໝ່ ແລະ ທິດທາງທີ 3 ປະຕິຮູບລະບຽບການ ແລະ ປົກປ້ອງຕະຫຼາດພາຍໃນ.
ນອກຈາກນີ້, ຍັງໄດ້ມີພິທີເຊັນສັນຍາສະໜອງທຶນໃຫ້ໂຄງການຈຸດສຸມຜະລິດສິນຄ້າ ຫຼຸດຜ່ອນການນໍາເຂົ້າ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະ ແຫ່ງຊາດລາວ, ສະມາຄົມທຸລະກິດກະສິກຳລາວ, ກອງທຶນສົ່ງເສີມການຜະລິດສິນຄ້າລາວ ກົມສົ່ງເສີມຈຸນລະວິສາຫະກິດຂະໜາດ ນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ. ການຈັດກອງປະຊຸມພິເສດ ການສົ່ງເສີມທຸລະກິດກະສິກຳລາວ ຄັ້ງນີ້ ແມ່ນການຮ່ວມມືລະຫວ່າງ ສະພາການ ຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະມາຄົມທຸລະກິດກະສິກຳລາວ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ (ADB).
