ບໍລິສັດ ສຽນເສີງ ລົງທຶນອະສັງຫາລິມະຊັບ ຈຳກັດ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ບໍລິສັດ ສຽນເສີງ ລົງທຶນອະສັງຫາລິມະຊັບ ຈຳກັດ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ນະຄອນຫຼວງວຽງຈັນ, 18 ພະຈິກ 2025, ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ບໍລິສັດ ສຽນເສີງ ລົງທຶນອະສັງຫາລິມະຊັບ ຈຳກັດ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ,

ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມທັງຊ່ວຍສົ່ງເສີມພັດທະນາຂີດຄວາມສາມາດຂອງພາກທຸລະກິດໃນ ສປປ ລາວ.
ໃນໂອກາດນີ້, ໃຫ້ກຽດມອບເງິນສະໜັບສະໜູນໂດຍ Mr. Gong Wenzhong, ຮອງຜູ້ອຳນວຍການ ບໍລິສັດ ສຽນເສີນ, ແລະ ໃຫ້ກຽດຮັບໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ການສະໜັບສະໜູນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມຮ່ວມມືລະຫວ່າງ ສຄອຊ ແລະ ພາກທຸລະກິດ ເພື່ອຮ່ວມກັນພັດທະນາເສດຖະກິດ ແລະ ຍົກສູງຂີດຄວາມສາມາດການແຂ່ງຂັນຂອງພາກທຸລະກິດລາວໃຫ້ກ້າວໄປສູ່ຄວາມເຂັ້ມແຂງຍິ່ງຂຶ້ນ
ກຸ່ມບໍລິສັດ ສຽນເສີງ ແມ່ນໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນເດືອນ ຕຸລາ ປີ 2023, ໂດຍມີສໍານັກງານໃຫຍ່ຕັ້ງຢູ່ນະ ຄອນຫຼວງວຽງຈັນ, ສປປ ລາວ. ທຸລະກິດຫຼັກຂອງກຸ່ມບໍລິສັດປະກອບມີ: ການລົງທຶນພັດທະນາອະສັງຫາລິມະຊັບ, ການຄ້າ ນໍາເຂົ້າ-ສົ່ງອອກ, ການສຶກສາສາກົນ, ການບໍລິຫານໂຮງແຮມ, ການພັດທະນາຂະແຫນ່ງການທ່ອງ ທ່ຽວວັດທະນະທໍາ, ການ ບໍລິຫານ ຄຸ້ມຄອງຊັບສິນ ແລະ ອື່ນໆ.
ກຸ່ມບໍລິສັດ ສຽນເສີງ ແມ່ນມີທັດສະນະທີ່ກວ້າງໄກ ແລະ ວິໄສທັດທີ່ເປີດກວ້າງ, ມີທີມງານບໍລິຫານຈັດການ ທີ່ເປັນ ມືອາຊີບ ແລະ ມີປະສົບການລະດັບສາກົນ, ພ້ອມດຽວກັນຍັງລວບລວມເອົານັກອອກແບບທີ່ມີຊື່ສຽງລະດັບແຖວຫນ້າ ຂອງສາກົນ, ສູນລວມຂໍ້ມູນຍຸດທະສາດການລົງທຶນ ແລະ ແຫຼ່ງສະຫນອງວັດສະດຸຄຸນນະພາບແບບລວມສູນ. ບໍລິສັດແ ມ່ນໄດ້ຍຶດຫມັ້ນເອົາແນວຄວາມຄິດ ຊື່ສັດ, ເປີດກ້ວາງ,ເຕີບໃຫຍ່, ມີຜົນປະໂຫຍດຮ່ວມກັນ ມາໂດຍຕະຫຼອດ, ເປັນຜູ້ ນໍາໃນຂະແຫນງການພັດທະນາອະສັງຫາລິມະຊັບ ລວມທັງມຸ່ງຫມັ້ນຂົນຂວາຍໃນການຂະ ຫຍາຍທຸລະກິດການຄ້າສາກົນ, ເພື່ອບໍລິການ ຈັດການອໍານວຍຄວາມສະດວກແບບຄົບວົງຈອນໃຫ້ແກ່ລູກຄ້າ ບໍ່ວ່າຈະເປັນການດໍາລົງຊີວິດ ທີ່ພັກອາໄສ ຫຼື ການລົງທຶນທາງດ້ານການຄ້າຕ່າງໆ. ເປົ້າຫມາຍ ແລະ ນິຍາມຂອງພວກເຮົາແມ່ນ ສ້າງຄວາມສວຍງາມໃຫ້ແກ່ຕົວເມືອງ, ສ້າງມູນຄ່າໃຫ້ແກ່ລູກຄ້າ ; ລົງເລິກປັກຖານໃນຕະຫຼາດລາວ, ໃຫ້ຄວາມສໍາຄັນຕໍ່ວັດທະນະທໍາ ແລະ ຂະນົບທໍານຽມທ້ອງຖິ່ນ, ເຄົາລົບຜືນແຜ່ນດິນ ຮັກສາທໍາມະຊາດ; ສ້າງຫຼັກການແນວຄວາມຄິດ ການສະຫນອງຜະລິດຕະພັນທີ່ມີຄຸນນະພາບ ແລະ ການບໍລິການຮູບແບບໃຫມ່, ຕັ້ງຫນ້າຄົ້ນຄວ້າ ແລະ ປະຕິບັດຢ່າງຫ້າວຫັນ ເພື່ອບັນລຸການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຢ່າງກົມກຽວ; ສ້າງສາຕົວເມືອງໃຫ້ມີຄວາມສີວິໄລ ສະພາບແວ້ດລ້ອມທີ່ຫນ້າຢູ່ອາໄສ, ເພື່ອປະກອບສ່ວນເຂົ້າໃນ ການປັບປາຕົວເມືອງໃຫ້ມີຄວາມທັນສະໄຫມ ແລະ ພັດທະນາແບບຍືນຍົງ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword