ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດ ຂະແໜງການຜະລິດ ແລະ ປຸງແຕ່ງກະສິກຳລາວພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ
ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດ ຂະແໜງການຜະລິດ ແລະ ປຸງແຕ່ງກະສິກຳລາວພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ
ນະຄອນຫຼວງວຽງຈັນ – ວັນທີ 20 ກັນຍາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ),
ສຄອຊ ໃນນາມກອງເລຂາ ກອງປະຊຸມທຸລະກິດລາວ ໄດ້ຈັດກອງປະຊຸມປຶກສາຫາລື ພາກທຸລະກິດຂະແໜງການຜະລິດ ແລະ ປຸງແຕ່ງກະສິກຳລາວ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເລີດ ຫຼວງປະເສີດ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ພ້ອມທັງເປັນຫົວໜ້າ ໜ່ວຍງານປຶກສາຫາລືພາກທຸລະກິດ ຂະແໜງການຜະລິດ ແລະ ປຸງແຕ່ງກະສິກຳລາວ, ເຊິ່ງມີຜູ້ເຂົ້າຮ່ວມຈາກ ບັນດາຜູ້ຕາງໜ້າຈາກສະມາຄົມທຸລະກິດກະສິກຳລາວ, ກຸ່ມ-ສະມາຄົມທຸລະກິດອື່ນໆ, ເຂົ້າຮ່ວມທັງໝົດເປັນຈໍານວນ 30 ທ່ານ.
ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືກ່ຽວກັບໂອກາດ ແລະ ສິ່ງທ້າທາຍໃນຂະແໜງການບໍລິການ ທີ່ກໍາລັງພົບພໍ, ກຳນົດບັນຫາທີ່ສໍາຄັນ, ສະເໜີແນວທາງການແກ້ໄຂໃໝ່ ເພື່ອຊຸກຍູ້ ໃຫ້ມີການປັບປຸງນະໂຍບາຍ ຫຼື ລະບຽບການທີ່ພາກລັດວາງອອກ ເພື່ອສົ່ງເສີມ ແລະ ເພີ່ມຄວາມເຂັ້ມແຂງ;
ກອງປະຊຸມດັ່ງກ່າວໄດ້ຍົກຂໍ້ສະເໜີຫຼາຍບັນຫາເພື່ອປຶກສາຫາລືຂອງຂະແໜງການຜະລິດ ແລະ ປຸງແຕ່ງກະສິກຳລາວ ປະກອບມີ:
1) ການຄຸ້ມຄອງ ແລະ ການນຳໃຊ້ທີ່ດິນ ກະສິກຳ.
2) ການປົກປ້ອງຜູ້ຜະລິດ ພາຍໃນ ແລະ ການກຳນົດໂຄງສ້າງດ້ານລາຄາ.
3) ປັດໃຈການຜະລິດ, ມາດຕະຖານ ແລະ ມາດຕະການ ເພື່ອສົ່ງເສີມການສົ່ງອອກ.
4) ການເຂົ້າເຖິງແຫຼ່ງທຶນ ເພື່ອສົ່ງເສີມການຜະລິດພາຍໃນ.
5) ການພັດທະນາພຶ້ນຖານໂຄງລ່າງ, ການຄົມມະນາຄົມຂົນສົ່ງສິ້ນຄ້າພາຍໃນ ໂດຍສະເພາະແມ່ນການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ.
6) ການອອກນິຕິກຳລຸ່ມກົດໝາຍຂອງບັນດາຂະແໜງການຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ.
ພາຍຫຼັງກອງປະຊຸມນີ້, ກອງເລຂາກອງປະຊຸມທຸລະກິດລາວ ທີ່ປະຈໍາຢູ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ໜ່ວຍງານປຶກສາຫາລື ຂະແໜງການຜະລິດ ແລະ ປຸງແຕ່ງກະສິກຳລາວ, ຈະໄດ້ຮວບຮວມ ແລະ ຂັດຈ້ອນເອົາບັນຫາບູລິມະສິດ ທີ່ຜູ້ເຂົ້າຮ່ວມໄດ້ສະເໜີ ແລະ ກະກຽມບົດສະເໜີບັນຫາ ເພື່ອສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ຄົ້ນຄວ້າ ແລະ ກະກຽມສໍາລັບກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນຂັ້ນຕໍ່ໄປ.

