ຝຶກອົບຮົມຄູຝຶກໃນສະຖານປະກອບການເພື່ອສົ່ງເສີມການຮຽນພາກປະຕິບັດຕົວຈິງ ແລະ ການຝຶກງານ ທີ່ມີປະສິດທິພາບ
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສຄອ ແຂວງສະຫວັນນະເຂດ ຈັດຝຶກອົບຮົມຄູຝຶກໃນສະຖານປະກອບການເພື່ອສົ່ງເສີມການຮຽນພາກປະຕິບັດຕົວຈິງ ແລະ ການຝຶກງານ ທີ່ມີປະສິດທິພາບ ໃນລະຫວ່າງວັນທີ 27-28 ພະຈິກ 2025
ໂຮງແຮມ ດາວຮຸ່ງ, ແຂວງສະຫວັນນະເຂດ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານເປີດຝືກອົບຮົມ ຂອງ ທ່ານ ປອ. ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ຄຳເພົ້າ ພັນທຸລັກ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ສະຫວັນນະເຂດ, ມີບັນດາ ທ່ານຕາງໜ້າຈາກອົງການແຮງງານສາກົນ ປະຈຳ ສປປ ລາວ, ທ່ານ ນາງ Xian Guan ຜູ້ຈັດການໂຄງການ, ຫ້ອງການ ອົງການແຮງງານສາກົນ ປະຈໍາ ສປ ຈີນ ແລະ ມົງໂກເລຍ ແລະ ພ້ອມດ້ວຍບັນດາ ຄູຝືກ, ຂະແໜງທຸລະກິດ ພາຍໃນແຂວງສະຫວັນນະເຂດ, ສະພາການຄ້າ ອຸດສາຫະກຳ ແຂວງ ທີ່ມາຈາກ 04 ແຂວງພາກໃຕ້ ແລະ 2 ແຂວງພາກກາງ ເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້ ພາຍໃຕ້ການສະໜັບສະໜູນດ້ານວິຊາການ ຂອງອົງການແຮງງານສາກົນ, ໂຄງການຮ່ວມມື ILO-China ເພື່ອສ້າງຄວາມເຂັ້ມແຂງການພັດທະນາສີມືແຮງງານໃນ ສປປ ລາວ. ໂດຍມີຈຸດປະສົງ ແນໃສ່ວຽກພັດທະນາບຸກຄະລາກອນໃຫ້ມີຄຸນນະພາບຫລາຍຂື້ນ ເຊັ່ນ: ຍົກລະດັບສີມືແຮງງານໃຫ້ນັກສຶກສາທີ່ຈົບໃໝ່, ບຸກຄະລາກອນ, ຜູ້ອອກແຮງງານ ໃນສະຖານປະກອບການໃນມີຄຸນນະພາບຫລາຍຂື້ນ.
ຜູ້ເຂົ້າຮ່ວມໃນການຝຶກອົບຮົມ ປະກອບດ້ວຍທຸລະກິດ ຫຼາຍຂະແໜງການ ເປັນຕົ້ນແມ່ນ: ຂະແໜງການຂົນສົ່ງ ທີ່ ເປັນ ລະບົບບໍລິຫານຈັດການ ທີ່ ທັນສະໄໝ, ຂະແໜງການຂຸດຄົ້ນບໍ່ແຮ່, ສະຖາບັນການສຶກສາ, ຂະແໜງການບໍລິການ ບ້ານພັກ ໂຮງແຮມ, ຮ້ານອາຫານ ແຫຼ່ງທ່ອງທ່ຽວສຳຄັນ ຫຼາຍໆແຫ່ງ ແລະ ຂະແໜງການຜະລິດ, ອຸດສະຫະກຳ ທັນສະໄໝໃນເຂດເສດຖະກິດພິເສດ ສະຫວັນ – ເຊໂນ, ໄດ້ສົນທະນາ ແລະ ແລກປ່ຽນການພັດທະນາ ການຮຽນພາກປະຕິບັດຕົວຈິງທີ່ມີຄຸນນະພາບ ແລະ ການຮຽນຮູ້ຕະຫຼອດຊີວິດ ຂອງອົງການແຮງງານສາກົນ ILO , ລະບຽບການຂອງຜູ້ໃຊ້ແຮງງານ ໃນການຈັດຕັ້ງປະຕິບັດການຮຽນພາກປະຕິບັດຕົວຈິງທີ່ມີຄຸນນະພາບ ແລະ ຄໍາແນະນຳຂອງອົງການແຮງງານສາກົນ 208, ການຝຶກງານ ແລະ ການຮຽນຮູ້ແບບຄວບຄູ່ ໃນສປປ ລາວ.
ນອກຈາກນັ້ນ, ບັນດາແຂກຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືກ່ຽວກັບ ແຜນງານໃນອະນະຄົນເພື່ອສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດ, ສາຖາບັນການສຶກສາ ແລະ ພາກສ່ວນກ່ຽວຂ້ອງ ເພື່ອພັດທະນາສີມືແຮງງານທີ່ມີຄຸນນະພາບ ແລະ ເພື່ອເພີ່ມຜົນຜະລິດໃຫ້ໄດ້ມາດຕະຖານ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ສາມາດດຳເນີນທຸລະກິດໃຫ້ມີຄວາມໝັ້ນຄົງ ແລະ ຢືນຍົງ.
