ງານສັບປະດາການຮ່ວມມືການສຶກສາ ອາຊຽນ – ສປ. ຈີນ
ນະຄອນຫຼວງວຽງຈັນ, 18 ທັນວາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດງານສັບປະດາການຮ່ວມມືການສຶກສາ ອາຊຽນ – ສປ. ຈີນ ຂຶ້ນຢ່າງເປັນທາງການ,
ໂດຍການເປັນປະທານຂອງ ທ່ານ ປອ. ຄຳແສນ ສີສະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ເຂດ 9 ແຂວງຊຽງຂວາງ ແລະ ປະທານ ສະມາຄົມການສຶກສາພາກເອກະຊົນ.
ງານດັ່ງກ່າວໄດ້ຮັບຄວາມສົນໃຈ ແລະ ມີຜູ້ເຂົ້າຮ່ວມຫຼາຍກວ່າ 200 ທ່ານ ທັງໃນຮູບແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ, ເຊິ່ງປະກອບດ້ວຍບັນດາຜູ້ຕາງໜ້າຈາກສະຖານທູດບັນດາປະເທດອາຊຽນ, ສະຖານທູດ ສປ. ຈີນ ປະຈຳ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງອຸດສາຫະກຳ ແລະ ການຄ້າ, ລວມເຖິງສະຖາບັນການສຶກສາພາກລັດ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມພັດທະນາຕ່າງໆ.
ງານສັບປະດາການຮ່ວມມືການສຶກສາ ອາຊຽນ – ສປ. ຈີນ ຄັ້ງນີ້ ຖືເປັນເວທີໜຶ່ງທີ່ມີຄວາມສຳຄັນລະດັບສາກົນ ແລະ ເປັນຄັ້ງທຳອິດທີ່ ປະເທດລາວ ໄດ້ຮັບກຽດເປັນເຈົ້າພາບຮ່ວມ. ນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ເທົ່ານັ້ນ, ແຕ່ຍັງເປັນກິດຈະກຳທີ່ມີຄວາມໝາຍໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ອີກດ້ວຍ.
ຈຸດປະສົງຫຼັກຂອງການຈັດງານ ແມ່ນເພື່ອສະແດງເຖິງຄວາມມຸ່ງມາດປາດຖະໜາໃນການພັດທະນາວຽກງານການສຶກສາ ແລະ ຕະຫຼາດແຮງງານໃນອະນາຄົດ, ໂດຍເນັ້ນໜັກເຖິງບົດບາດສຳຄັນຂອງທຸກພາກສ່ວນທີ່ມີສ່ວນຮ່ວມໃນການກຳນົດຈຸດໝາຍປາຍທາງຂອງພາກພື້ນ. ຜ່ານເວທີດັ່ງກ່າວ, ໃນການຈັດງານມີເປົ້າໝາຍແນໃສ່ຊຸກຍູ້ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການດ້ານເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ.
ປີນີ້ຍັງມີຄວາມໝາຍສຳຄັນເປັນພິເສດ ຍ້ອນມີການພັດທະນາທີ່ສຳຄັນຄື ການລວມເອົາ ຕີມໍເລສເຕ ເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ. ແລະ ໄດ້ຮຽກຮ້ອງໃຫ້ມີກົນໄກການປະສານງານທີ່ໜັກແໜ້ນກວ່າເກົ່າ, ເຊິ່ງອະນຸກຳມະການແຫ່ງຊາດລາວ ກໍໄດ້ມີການແກ້ໄຂເພື່ອຕອບສະໜອງຄວາມຈຳເປັນດັ່ງກ່າວໂດຍກົງ. ການນຳເອົາສະຖານທູດ, ສະຖາບັນການສຶກສາ ແລະ ພາກສ່ວນກ່ຽວຂ້ອງຂອງອາຊຽນ ມາຮ່ວມກັນໃນຄັ້ງນີ້, ເປັນການສ້າງເວທີເອກະລັກສະເພາະທີ່ ໄດ້ມາພົບປະແລກປ່ຽນກັນ, ປ່ຽນຖ່າຍຈາກແນວຄວາມຄິດລະດັບສູງ ໄປສູ່ການປະຕິບັດຢ່າງຈິງຈັງ, ຍົກລະດັບຈາກການພັດທະນາຫຼັກສູດ ໄປສູ່ການຝຶກອົບຮົມທັກສະ ແລະ ສ້າງການຮ່ວມມືລະຫວ່າງສະຖາບັນໃຫ້ເປັນຮູບປະທຳ.ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງອົງການຈັດຕັ້ງພາກລັດ ແລະ ພາກທຸລະກິດ ໃນງານຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງ ເພື່ອຮັບປະກັນວ່າການລິເລີ່ມດ້ານການສຶກສາ ຍັງຄົງສອດຄ່ອງກັບບູລິມະສິດແຫ່ງຊາດ ແລະ ຍຸດທະສາດການພັດທະນາພາກພື້ນ. ນີ້ເປັນການເສີມຂະຫຍາຍພື້ນຖານວັດທະນະທຳ-ສັງຄົມ ຂອງປະຊາຄົມຊາຕາກຳຮ່ວມ ສປ. ຈີນ-ອາຊຽນ ແລະ ເປັນການສະໜັບສະໜູນເປົ້າໝາຍທີ່ກວ້າງຂວາງຂອງຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”.

ງານດັ່ງກ່າວຍັງໄດ້ເນັ້ນໜັກການສະໜັບສະໜູນຂໍ້ລິເລີ່ມທີ່ຊຸກຍູ້ການເຊື່ອມໂຍງດ້ານ “ການສຶກສາ – ອຸດສາຫະກຳ”. ໂດຍສົ່ງເສີມການເຂົ້າຮ່ວມຂອງພາກທຸລະກິດ ແລະ ສະຖາບັນການສຶກສາ ໃນການຮ່ວມກັນພັດທະນາຫຼັກສູດ, ການຝຶກອົບຮົມໃນສະຖານທີ່ເຮັດວຽກຕົວຈິງ, ລວມໄປເຖິງການສ້າງຄູ່ຮ່ວມງານທີ່ດີ ເພື່ອສ້າງ ແລະ ພັດທະນາບຸກຄະລາກອນທີ່ມີຄຸນະພາບ, ສ້າງຄວາມຍືນຍົງໃຫ້ແກ່ຕະຫຼາດແຮງງານໃນພາກພື້ນຕໍ່ໄປ.
