ງານເຜີຍແຜ່ແຜນງານໂຄງການ “ລາວຍືນຍາວ – ສົ່ງເສີມຜູ້ປະກອບການໄວໜຸ່ມ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກຳທ່ອງທ່ຽວລາວ ທີ່ ແຂວງ ຈຳປາສັກ.

ງານເຜີຍແຜ່ແຜນງານໂຄງການ “ລາວຍືນຍາວ – ສົ່ງເສີມຜູ້ປະກອບການໄວໜຸ່ມ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກຳທ່ອງທ່ຽວລາວ ທີ່ ແຂວງ ຈຳປາສັກ.

ຈຳປາສັກ, ໃນວັນທີ 14 ມັງກອນ 2026, ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບອົງການແພຮນ ສາກົນ ປະຈໍາ ສປປ ລາວ (Plan Laos)

ໄດ້ມີການຈັດງານເຜີຍແຜ່ແຜນງານໂຄງການ “ລາວຍືນຍາວ – ສົ່ງເສີມຜູ້ປະກອບການໄວໜຸ່ມ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກຳທ່ອງທ່ຽວລາວ ເພື່ອປະຕິບັດ ແລະ ສົ່ງເສີມການອຸປະໂພກບໍລິໂພກ ແລະ ການຜະລິດແບບຍືນຍົງ, ເສດຖະກິດໝູນວຽນ ແລະ ການສ້າງວຽກເຮັດງານທຳທີ່ມີຄຸນຄ່າ” ຫລື ເອີ້ນວ່າ (Lasting Laos) ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກສະພາບເອີຣົບປະຈຳລາວ) ທີ່ໂຮງແຮມ ຈຳປາສັກ ແກຮນ, ແຂວງ ຈຳປາສັກ.
ໃນງານເຜີຍແຜ່ດັ່ງກ່າວໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ວິລະກອນ ພິລົມລັກ, ຮອງຫົວໜ້າກົມສົ່ງເສີມ ຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປອ ຄຳແສນ ສີສະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ງານໃນຄັ້ງນີ້ມີຜູ້ເຂົ້າຮ່ວມຫລາຍກ່ວາ 60 ກວ່າຄົນ ຈາກບັນດາພາກລັດ, ອົງການຈັດຕັ້ງ ແລະ ພາກທຸລະກິດໃນຂະແຫນ່ງການທີ່ປີ່ນອ້ອມການທ່ອງທ່ຽວ. ໂດຍຈຸດປະສົງຂອງງານໃຫ້ຄັ້ງນີ້ ແມ່ນຈັດຂຶ້ນເພື່ອເຜີຍແຜ່ຂໍ້ມູນໃຫ້ຜູ້ປະກອບການທີ່ປະກອບທຸລະກິດ MSMEs ທີ່ນອນຢູ່ໃນຂແຫນງການທີ່ປີ່ນອ້ອມການທ່ອງທ່ຽວ ເພື່ອໃຫ້ຮັບຮູ້ຂໍ້ມູນກ່ຽວກັບພາບລວມຂອງໂຄງການ “ລາວຍືນຍາວ – (Lasting Laos)” ເຂົ້າໃຈເຖິງຂັ້ນຕອນໃນການລົງຖະບຽນເພື່ອສະໝັັກຮັບການຢັ້ງຢືນຈາກມາດຕະຖານ ລາວຍືນຍາວ ລວມເຖີງບັນດາກິດຈະກໍາຕ່າງໆ ທີ່ນອນຢູ່ພາຍໃຕ້ໂຄງການນີ້ດ້ວຍ.
ໂຄງການ ລາວຍືນຍາວ (Lasting Laos): ແມ່ນໂຄງການຮ່ວມຈັດຕັ້ງປະຕິບັດ ລະຫວ່າງ ກົມສົ່ງເສີມຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ອົງການ ແພລນສາກົນ ປະຈໍາລາວ, ໂດຍໄດ້ຮັບທືນສະຫນັບສະຫນູນ ຈາກ ສະຫະພາບເອີຣົບ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ໂຄງການ “ລາວຍືນຍາວ” ແມ່ນການສືບຕໍ່ ແລະ ຂະຫຍາຍຜົນສໍາເລັດ ຈາກໂຄງການ SUSTOUR Laos. ເຊິ່ງກິດຈະກໍາເຫຼົ່ານີ້ ຈະເປັນຊ່ອງທາງສໍາຄັນ ໃນການປະສານງານລະຫວ່າງວິສາຫະກິດຂະໜາດນ້ອຍ ແລະ ກາງ, ຕົວແທນລັດຖະບານ, ຄູ່ຮ່ວມພັດທະນາ, ແລະ ພາກເອກະຊົນ ເພື່ອແນະນຳໂຄງການຮັບຮອງຄຸນນະພາບ “ລາວຍືນຍາວ” ຂັ້ນຕອນການສະໝັກ, ຜົນປະໂຫຍດທີ່ຈະໄດ້ຮັບສຳລັບວິສາຫະກິດ ແລະ ຊຸມຊົນ, ສະໜັບສະໜູນເສດຖະກິດຍືນຍົງ, ເສດຖະກິດໝູນວຽນ, ການທ່ອງທ່ຽວທີ່ຮັບຜິດຊອບຕາມນະໂຍບາຍລັດຖະບານ ແລະ ໂຄງການນີ້ ມີສ່ວນຊ່ວຍເສີມສ້າງເປົ້າໝາຍໂດຍສຸມໃສ່ ການສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຄຽງຄູ່ກັບການມີສ່ວນຮ່ວມໃນການພັດທະນາເສດຖະກິດສີຂຽວ ທີ່ເປັນມິດກັບສິ່ງແວດລ້ອມກ້າວໄປສູ່ການຜະລິດ ແລະ ການບໍລິໂພກທີ່ຍືນຍົງຫຼາຍຂື້ນຕາມເປົ້າໝາຍໃຫ້ສໍາເລັດໃນປີ 2028.
ໂຄງການນີ້ ມີເປົ້າໝາຍສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍສະເພາະແມ່ນຜູ້ປະກອບການໄວໜຸ່ມໃນ 5 ຂະແໜງການຫຼັກທີ່ກ່ຽວຂ້ອງກັບຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວ: ການຄົມມະນາຄົມ ແລະ ຂົນສົ່ງ, ອາຫານ ແລະ ເຄື່ອງດື່ມ, ຫັດຖະກຳ ແລະ ຂອງທີ່ລະນຶກ, ການທ່ອງທ່ຽວຮູບແບບວັດທະນະທຳ, ການແປຮູບອາຫານກະສິກຳ (ຂະແໜງທີ່ເພີ່ມໃໝ່), ນອກຈາກນີ້ຍັງມີຂະແໜງໂຮງແຮມ/ທີ່ພັກ ແລະ ບໍລິສັດນຳທ່ຽວ ເຊິ່ງເປັນອີກໜຶ່ງກຸ່ມເປົ້າໝາຍຂອງໂຄງການ ໂດຍໂຄງການດັ່ງກ່າວໃຫ້ການຊ່ວຍເຫຼືອຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອໃຫ້ຜ່ານເກນມາດຖານ ແລະ ໄດ້ຮັບໃບຢັ້ງຢືນຈາກແຜນງານລາວຍືນຍາວ, ເຊີ່ງເປັນບາດກ້າວອັນສໍາຄັນອັນຫນື່ງ ແລະ ເປັນໂອກາດທີ່ດີ ໃຫ້ແກ່ຜູ້ປະກອບການ ເພື່ອຫັນທຸລະກິດຂອງຕົນໄປສູ່ການດໍາເນີນທຸລະກິດແບບຢືນຍົງ ໂດຍຜ່ານການເຂົ້າຮ່ວມບັນດາກິດຈະກໍາຕ່າງໆຂອງໂຄງການ ທີ່ເປັນຜົນປະໂຫຍດໃນຫລາຍດ້ານ ເປັນຕົ້ນ: ການຍົກສູງສັກກະຍະພາບທາງດ້ານການດໍາເນີນທຸລະກິດ ແລະ ການປັບປຸງມາດຖານຄຸນນະພາບສໍາລັບທຸລະກິດຂອງຕົນໃຫ້ມີຄວາມເຂັ້ມແຂງຂື້ນໄປເລືື່ອຍໆ, ພ້ອມທັງເປັນທີ່ຮັບຮູ້ ແລະ ຍອມຮັບໃນຖານະເຈົ້າຂອງທຸລະກິດທີ່ມີຄວາມຍືນຍົງໃນແຖວໜ້າ.
ສຳລັບບໍລິສັດ ທີ່ຕ້ອງການອອກໃບຢັ້ງຢືນ ສາມາດສະໝັກໄດ້ທີ່: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງເປົ້າຫມາຍ ຄື: ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ, ເວັບໄຊຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ເຟສບຸກຂອງໂຄງການລາວຍືນຍາວເປັນຕົ້ນ ໂດຍຜ່ານການຝືກອົບຮົມ, ການໃຫ້ຄຳປືກສາ ແລະ ການປະເມີນຢ່າງໃກ້ສິດຈາກທີມງານ ແລະ ຄູຝຶກໃນການຜ່ານຂັ້ນຕອນການຢັ້ງຢືນທີ່ສ້າງຂື້ນໂດຍໂຄງການດັ່ງກ່າວ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword