ກອງປະຊຸມສຳມະນາທາງດ້ານລະບົບຕ່ອງໂສ້ການຄ້າ ແລະ ພິທີເປີດຕົວການຮ່ວມມືຄູ່ຮ່ວມຍຸດທະສາດ ຢູ່ ສປປ ລາວ
ໃນຕອນເຊົ້າ ວັນທີ 21 ມັງກອນ 2026 ເວລາ 09:00 ໂມງ ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ
ບໍລິສັດ Intertek Testing Services ແລະ ບໍລິສັດ SSI International ໄດ້ຈັດ “ກອງປະຊຸມສຳມະນາທາງດ້ານລະບົບຕ່ອງໂສ້ການຄ້າ ແລະ ພິທີເປີດຕົວການຮ່ວມມືຄູ່ຮ່ວມຍຸດທະສາດ ຢູ່ ສປປ ລາວ”, ເປັນປະທານເປີດງານໂດຍ: ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ Jeremy Gaspard, ຮອງປະທານ ບໍລິສັດ Intertek Testing Services ແລະ ທ່ານ ວິບູນ ສິດທິມໍລະດາ, ປະທານ ບໍລິສັດ SSI International. ງານໃນຄັ້ງນີ້ມີຜູ້ເຂົ້າຮ່ວມຫລາຍກ່ວາ 50 ທ່ານ ຈາກບັນດາພາກລັດ,
ອົງການຈັດຕັ້ງ ແລະ ພາກທຸລະກິດຈາກຫຼາຍຂະແໜງການ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການແລກປ່ຽນ, ເຜີຍແຜ່ຂໍ້ມູນການບໍລິການດ້ານການກວດສອບ ແລະ ການຮັບຮອງສິນຄ້າ, ການບໍລິການຂອງພາກທຸລະກິດ ເພື່ອຊ່ວຍໃນການເຂົ້າເຖິງຕະຫຼາດ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນຕໍ່ກັບໂຄງການ ຫຼື ສິນຄ້າສົ່ງອອກຂອງ ສປປ ລາວ, ນອກຈາກນີ້ຍັງເປັນການຊອກຫາກາລະໂອກາດໃນການຮ່ວມມືລະຫວ່າງພາກທຸລະກິດ ແລະ ພາກລັດຖະບານ ເພື່ອອຳນວຍຄວາມສະດວກທາງດ້ານການຄ້າໃຫ້ບັນດາທຸລະກິດຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ສ້າງຄວາມອາດສາມາດໃນການແຂ່ງຂັນ ແລະ ສົ່ງເສີມການເຕີບໂຕຂອງທຸລະກິດລາວໃນເວທີສາກົນຢ່າງຍືນຍົງ. ນອກຈາກນີ້ຍັງມີການຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກັບ ບໍລິສັດ Intertek Testing Services ແລະ ບໍລິສັດ Intertek Testing Services ກັບ ບໍລິສັດ SSI International ເພື່ອເປັນການຫັດແໜ້ນການຮ່ວມມືກັນຂອງທັງສາມຝ່າຍ.
