ສຄອຊ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັນປຶກສາຫາລືໃນການປັບປຸງວຽກງານ ສຄອຊ
ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາກົມກ່ຽວຂ້ອງຂອງກະຊວງ
ພົບປະ ແລະ ປຶກສາຫາລືກັບ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍ ຄະນະປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍມີຄະນະວິຊາການ, ທີ່ປຶກສາ ຂອງທັງສອງຝ່າຍເຂົ້າຮ່ວມ ລວມທັງໝົດ 50 ກວ່າທ່ານ. ກອງປະຊຸມ ໄດ້ຈັດຂຶ້ນທີ່ ສຄອຊ ໃນຕອນບ່າຍເວລາ 14:00 ໂມງ ຂອງວັນທີ 23 ມັງກອນ 2026.
ກອງປະຊຸມມີຈຸດປະສົງ ເພື່ອຜັນຂະຫຍາຍທິດຊີ້ນຳຂອງລັດຖະບານ ຕາມແຈ້ງການ ເລກທີ 1422/ຫສນຍ, ລົງວັນທີ 1 ສິງຫາ 2023, ແຈ້ງການ ເລກທີ 1342/ຫສນຍ, ລົງວັນທີ 9 ກໍລະກົດ 2024 ແລະ ແຈ້ງການ ເລກທີ 751/ຫສນຍ, ລົງວັນທີ 30 ເມສາ 2025 ໃນການທົບທວນຄວາມຄືບໜ້າ ແລະ ສ້າງຄວາມເປັນເອກະພາບໃນການປັບປຸງນິຕິກຳທີ່ຄຸ້ມຄອງການສ້າງຕັ້ງ ແລະ ການເຄື່ອນໄຫວຂອງ ສຄອຊ.

ກອງເລຂາປັບປຸງ ຮ່າງດຳລັດ ເລກທີ 237/ນຍ, ໄດ້ລາຍງານຄວາມຄືບໜ້າໃນການປັບປຸງ ໂດຍສະເພາະການປັບປຸງທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ຈະຕ້ອງໄດ້ເອົາໃຈໃສ່ ແລະ ປັບປຸງໃຫ້ຈະແຈ້ງ, ຊັດເຈນ ແລະ ໃຫ້ແຍກໄດ້ພາລະບົດບາດ ລະຫວ່າງ ກະຊວງ ແລະ ພາກທຸລະກິດ ເນື່ອງຈາກການປັບປຸງດຳລັດໃນຄັ້ງນີ້ ຈະເປັນການວາງຮາກຖານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ.
ການປຶກສາ ແລະ ແລກປ່ຽນຂໍ້ມູນໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແບບກົງໄປກົງມາ, ຢາກປັບປຸງດຳລັດໃຫ້ໄປຕາມທິດ, ໄປຕາມກົນໄກຂອງການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແລະ ສາມາດເຕົ້າໂຮມທຸລະກິດພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກິດຢູ່ ສປປ ລາວ. ນອກນີ້, ກອງປະຊຸມຍັງໄດ້ລົງເລີກຕໍ່ກັບປະເດັນທີ່ຈະລາຍງານຂໍທິດ ຮອງນາຍົກລັດຖະມົນຕີ ທີ່ມີແຜນຈັດປະຊຸມໃນວັນທີ 28 ມັງກອນ ທີ່ຈະມາເຖິງນີ້.
ກອງປະຊຸມ ໄດ້ຕົກລົງເປັນເອກະພາບ ແລະ ໄດ້ກຳນົດບາດກ້າວໃນການສືບຕໍ່ປັບປຸງຮ່າງດຳລັດ 237 ໃຫ້ຈະແຈ້ງ ລະຫວ່າງບົດບາດຂອງພາກລັດ ແລະ ພາກທຸລະກິດ ໃນຕໍ່ຫນ້າ ດັ່ງນີ້: 1. ທີ່ຕັ້ງພາລະບົດບາດ; 2. ຫນ້າທີ່ ແລະ ຂອບເຂດສິດ; 3. ສະມາຊິກ; 4. ບ່ອນຂຶ້ນກັບ; 5. ສະມາຄົມ. ກອງປະຊຸມໄດ້ປິດລົງໃນເວລາ 17:00 ໂມງຂອງວັນດຽວກັນ.
