ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ມອບທຶນສະໜັບສະໜູນ ສຄອຊ ໃນນາມສະມາຊິກ VVIP

ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ມອບທຶນສະໜັບສະໜູນ ສຄອຊ ໃນນາມສະມາຊິກ VVIP

ນະຄອນຫຼວງວຽງຈັນ, 12 ກຸມພາ 2026 – ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໄດ້ຈັດພິທີມອບເງິນສະໜັບສະໜູນ

ໃນນາມສະມາຊິກຜູ້ຊົງຄຸນວຸດທິ (VVIP), ຖືເປັນກ້າວສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ ແລະ ສົ່ງເສີມຂີດຄວາມສາມາດຂອງພາກທຸລະກິດໃນ ສປປ ລາວ. ໃນພິທີອັນມີຄວາມໝາຍນີ້, ໃຫ້ກຽດມອບໂດຍ ທ່ານ ນພ ວັດທະນາ ພາຣີສີ, ຜູ້ອຳນວຍການ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ແລະ ໃຫ້ກຽດຮັບໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່າມກາງສັກຂີພິຍານຈາກທັງສອງຝ່າຍ. ການສະໜັບສະໜູນໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈຈິງຂອງພາກທຸລະກິດ ທີ່ຕ້ອງການມີສ່ວນຮ່ວມໃນການຂັບເຄື່ອນເສດຖະກິດຂອງຊາດ. ຜ່ານການຮ່ວມມືກັບ ສຄອຊ, ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ມຸ່ງຫວັງທີ່ຈະຍົກສູງມາດຕະຖານການແຂ່ງຂັນຂອງທຸລະກິດລາວ ໃຫ້ກ້າວໄປສູ່ຄວາມເປັນມືອາຊີບ ແລະ ຍືນຍົງຍິ່ງຂຶ້ນ.

ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ກໍ່ຕັ້ງຂຶ້ນເມື່ອວັນທີ 18 ສິງຫາ 2021 ທີ່ ນະຄອນຫຼວງວຽງຈັນ, ບໍລິສັດໄດ້ວາງວິໄສທັດທີ່ກວ້າງໄກໃນການເປັນຜູ້ນຳດ້ານຂະແໜງການສາທາລະນະສຸກ ແລະ ການບໍລິການທາງການແພດ. ດ້ວຍທີມງານບໍລິຫານທີ່ມີປະສົບການລະດັບສາກົນ ແລະ ທີມແພทย์ຜູ້ຊ່ຽວຊານທີ່ມີຄວາມຊຳນານສູງ, ບໍລິສັດພ້ອມແລ້ວທີ່ຈະເປັນສ່ວນໜຶ່ງໃນການຍົກລະດັບຄຸນນະພາບຊີວິດ ແລະ ສຸຂະພາບຂອງປະຊາຊົນລາວ ຄວບຄູ່ໄປກັບການພັດທະນາທຸລະກິດ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword