ກອງປະຊຸມສັງລວມບັນຫາ ແລະ ປຶກສາຫາລື  ແລກປ່ຽນຄໍາຄິດຄໍາເຫັນລະຫວ່າງບັນດາ ກຸ່ມ, ສະມາຄົມທຸລະກິດ

ກອງປະຊຸມສັງລວມບັນຫາ ແລະ ປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນລະຫວ່າງບັນດາ ກຸ່ມ, ສະມາຄົມທຸລະກິດ

ນະຄອນຫຼວງວຽງຈັນ – ໃນວັນທີ 12 ກຸມພາ 2026 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມສັງລວມບັນຫາ ແລະ ປຶກສາຫາລື

ແລກປ່ຽນຄໍາຄິດຄໍາເຫັນລະຫວ່າງບັນດາ ກຸ່ມ, ສະມາຄົມທຸລະກິດ ຂຶ້ນ ພາຍຫລັງທີ່ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກຂອງຄະນະ 117/ນຍ ໃນການກະກຽມກອງປະຊຸມໃຫຍ່ ສຄອຊ ທີ່ຜ່ານມາ.   ກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ, ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ ແລະ ມີຕ່າງໜ້າຈາກ ກຸ່ມ, ສະມາຄົມທຸລະກິດ ເຂົ້າຮ່ວມໃນກອງປະຊຸມ.

ຈຸດປະສົງເພື່ອເປັນການເກັບກຳຂໍ້ມູນ, ສັງລວມບັນຫາ, ຮັບຟັງສະພາບລວມການຈັດຕັ້ງເຄື່ອນໄຫວຜ່ານມາຂອງບັນດາກຸ່ມ, ສະມາຄົມທຸລະກິດ ເພື່ອກະກຽມຂໍ້ມູນໃສ່ໃນກອງປະຊຸມວິທະຍາສາດ ປັບປຸງ ຮ່າງດຳລັດ 237/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສຄອຊ ໃນນີ້ ໄດ້ຕິດພັນກັບ  ໝວດທີ 7 ສະມາຄົມເສດຖະກິດ, ກຸ່ມທຸລະກິດ ມາດຕາທີ 30 ແລະ ມາດຕາ 31 ຂອງດຳລັດດັ່ງກ່າວ. ໃນກອງປະຊຸມຄະນະປະທານກອງປະຊຸມໄດ້ລາຍງານຜົນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະ 117/ນຍ ໃນການກະກຽມກອງປະຊຸມໃຫຍ່ ສຄອຊ ແລະ ໄດ້ສະເໜີໃຫ້ບັນດາສະມາຄົມຄົ້ນຄວ້າໃນສະມາຄົມຕົນເອງຄັດເລືອກເອົາຄະນະບໍລິຫານງານຂອງສະມາຄົມ ເຂົ້າຮ່ວມສະໝັກເລືອກຕັ້ງ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຊຸດໃໝ່ ທີ່ຈະຄັດເລືອກເອົາໃນກອງປະຊຸມໃຫຍ່ ຂອງ ສຄອຊ ໃນຕໍ່ໜ້ານີ້.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword