ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ
ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ,
ພ້ອມດ້ວຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ, ທ່ານ ອານຸສອນ ຄຸນສົມບັດ ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ປະທານຄະນະກຳມະການປົກຄອງເມືອງປາກງື່ມ, ຜູ້ຕາງໜ້າຈາກສະມາຄົມທຸລະກິດກະສິກຳລາວ ແລະ ທະນາຄານພັດທະນາຊົນນະບົດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະກັບເຈົ້າຂອງໂຄງການປູກເຂົ້າສະອາດ ຂອງ ບໍລິສັດ ໂຊກໄຊຊະນະ ການກະເສດປອດສານຜິດ ທີ່ເມືອງປາກງື່ມ, ນະຄອນຫຼວງວຽງຈັນ

.
ການຢ້ຽມຢາມໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອຊຸກຍູ້ ແລະ ຖອດຖອນບົດຮຽນຈາກໂຄງການ ທີ່ມີເນື້ອທີ່ການຜະລິດຫຼາຍກວ່າ 300 ເຮັກຕາ. ເຊິ່ງໂຄງການດັ່ງກ່າວມີທ່າແຮງບົ່ມຊ້ອນສູງ ໂດຍສາມາດສ້າງຜົນຜະລິດເຂົ້າໄດ້ສູງສຸດເຖິງ 1,050 ໂຕນຕໍ່ປີ ແລະ ຄາດວ່າຈະເພີ່ມຂື້ນ 1,100 ໂຕນໃນປີ 2026 ນີ້ ແລະ ສາມາດສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ, ພ້ອມທັງເປັນບ່ອນເຕົ້າໂຮມປະຊາຊົນທີ່ມີພື້ນທີ່ການຜະລິດໃນເຂດອ້ອມຂ້າງ ເຂົ້າຮ່ວມສ້າງເປັນກຸ່ມການຜະລິດ ແລະ ສະຫະກອນໃນຕໍ່ໜ້າ.
ໃນໂອກາດນີ້, ຄະນະພັດທະນາທຸລະກິດກະສິກຳ ສຄອຊ ຍັງໄດ້ໃຫ້ທິດທາງການພັດທະນາໃຫ້ກາຍເປັນ “ໂຄງການແປງນາຜືນໃຫຍ່” ໂດຍເນັ້ນການນຳໃຊ້ເຕັກນິກ ແລະ ກົນຈັກກະສິກຳທີ່ທັນສະໄໝ ເຂົ້າໃນການຜະລິດຢ່າງເຕັມຮູບແບບ ເພື່ອຍົກສູງສະມັດຕະພາບໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານສາກົນ. ພ້ອມກັນນັ້ນ, ຕ້ອງກຽມຄວາມພ້ອມເຕົ້າໂຮມໃນການສ້າງຕັ້ງ ກຸ່ມການຜະລິດ ແລະ ສະຫະກອນ ຕາມກົດໝາຍວ່າດ້ວຍສະຫະກອນ ສະບັບເລກທີ 54/ສພຊ . ເພື່ອກຽມພ້ອມໃນການຮອງຮັບໂຄງການຮ່ວມມືກັບສາກົນໃນອະນາຄົດ.

