ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການທ່ອງທ່ຽວ

ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການທ່ອງທ່ຽວ

ວັນທີ 4 ມີ​ນາ 2020 ທີ່ສະ­ພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ​, ນະ​ຄອນ​ຫຼວງວຽ​ງ​ຈັນ, ກອງເລຂາກອງປະຊຸມທຸລະກິດລາວ ໄດ້​ຈັດ​ກອງປະ­ຊຸມປຶກສາຫາ­ລືພາກທຸ­ລະກິດ​ທ່ອງ​ທ່ຽວ ໂດຍໃຫ້​ກຽດ​ເຂົ້າ​ຮ່ວມ​ການເປັນປະ­ທານ ຂອງ ທ່ານ ​ນາງ ວາ​ລີ​ ເວດ​ສະ​ພົງ, ​ຮອງ​ປະ​ທານ ສະ­ພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ.

ໃນນີ້ໄດ້ມີຜູ້ປະ­ກອບການຈາກຂະ​ແໜ​ງ​ການທ່ອງ​ທ່ຽວ ເຊັ່​ນ: ​ຮ້ານ​ອາ​ຫານ, ໂຮງ​ແຮມ, ບໍ​ລິ​ສັດ​ຈັດທົວ​ທ່ອງ​ທ່ຽວ, ສະ​ມາ​ຄົ​ມລົດຂົນ​ສົ່ງ​ໂດຍ​ສານ, ແລະ ສາຍ​ການ​ບິນ ລວມທັງກອງເລ­ຂາກອງປະ­ຊຸມທຸ­ລະກິດລາວ ເຂົ້າຮ່ວມເປັນຈໍານວນທັງໝົດ 51 ທ່ານ.

ສະ​ພາ​ການ​ຄ້າ ຮ່ວມ​ກັບ​ພາກ​ທຸ​ລະ​ກິດ​ທ່ອງ​ທ່ຽວ ໄດ້​ປຶກ​ສາ​ຫາ​ລື​ ແລະ ສະ­ເໜີ​​ອຸ­ປະ­ສັກ​ຕໍ່​ການ​ດໍາ​ເນີນ​ທຸ­ລະ​ກິດ​ໃນ​ຂະ­ແໜງ­ການ​ຂອງ​ຕົນ ໂດຍສະເພາະແມ່ນໃນໄລຍະທີ່ເຊື້ອໄວຣັສໂຄວິດ-19 ພວມລະບາດເປັນວົງກວ້າງຕໍ່ຫຼາຍປະເທດໃນທົ່ວໂລກ ເຖິງວ່າ ສປປ ລາວ ຍັງບໍ່ທັນພົບກໍຕາມ (ແຕ່ເນື່ອງຈາກວ່າຂະແໜງການທີ່ເນັ້ນໃສ່ການເດີນທາງເຊິ່ງສ້າງບັນຫາຫຍຸ້ງຍາກຫຼາຍປະການ ແລະ ຜົນກະທົບຕໍ່ທຸລະກິດອຸດສາຫະກຳການທ່ອງທ່ຽວໃນ ສປປ ລາວ) ເພື່ອ​ໃຫ້ກອງ​ເລ­ຂາ​​ກອງ​ປະຊຸມ​ທຸ­ລະ​ກິດ​ລາວອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການຄົ້ນ­ຄວ້າກະ​ກຽມ​ບົດ​ສະ​ເໜີ​ບັນ​ຫາ ແລະ ເພື່ອ​ນຳ​ໄປ​ລາຍ​ງານພາກ​ລັດ­ຖະ­ບານ ພິຈາ­ລະ­ນາ​ແກ້​ໄຂ ຜ່ານ​ຂະ​ບວນ​ກອງ​ປະ​ຊຸມ​ທຸ​ລະ​ກິດ​ລາວ ຄັ້ງ​ທີ 13.

​ກອງ​ປະ​ຊຸມ​ໄດ້ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລືຢ່າງ​ກົງ​ໄປ​ກົງ​ມາ ແລະ ແລກ​ປ່ຽນ​ບົດ​ຮຽນ​ໃນຫຼາຍ​ດ້ານ ກ່ຽວ​ກັບ​ຂະ​ແໜ​ງ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ ເພື່ອ​ນຳ​ສະ​ເໜີຕໍ່ພາກ​ລັດ. ພ້​ອມ​ກັນ​ນັ້ນ, ຍັງ​ເປັນ​ການ​ປຶກ​ສາ​ຫາ​ລື​ແລກ​ປ່ຽນ​ບົດ​ຮຽ​ນ​ຈາກ​ຜົນ​ກະ​ທົບ​ຂອ​ງ​ພະ​ຍາດ​ໂຄວິດ-19 ຂອງ​ແຕ່​ຜູ້​ປະ​ກອບ​ການ ເພື່ອ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ເພື່ອ​ປະ​ຄ​ອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ໃຫ້​ຢູ່​ລອດ ໂດຍ​ຍົກ​ເອົາ​ມາດ​ຕະ​ການ​ທີ່ລັດ​ຖະ​ບານ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ໄດ້​ປະ​ຕິ​ບັດ ເປັນ​ຕົວ​ຢ່າງ ເຊັ່ນ​ການຫຼຸດ​ຜ່ອນ ແລະ ເລື່ອນ​ການ​ຊຳ​ລະ​ພັນ​ທະ​ຕ່າງໆ, ການຫຼຸດ​ຄ່າ​ໄຟ​ຟ້າ ແລະ ນ້ຳ​ປະ​ປາ​ໃນ​ລະ​ດັບ​ໃດ​ໜຶ່ງ ແລະ ມາດ​ຕະ​ການ​ອື່ນ​ໆ.

ນອກນັ້ນ, ບັນ​ດາ​ຜູ້​ປະ​ກອບ​ການ​ທ່ອງ​ທ່ຽວ ຍັງ​ໄດ້​ຫາ​ລື​ເຖິງ​ການ​ຫັນ​ວິ​ກິດ​ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ ເຊື້ອໄວຣັສໂຄວິດ-19 ໃຫ້​ເປັນ​ໂອ​ກາດ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ກັນ​ຈັດ​ຝຶກ​ອົບ​ຮົມ​ແກ່​ພະ​ນັກ​ງານ​, ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ການ​ສະ​ເໜີ​ຮູບ​ແບບ​ການ​ທ່ຽວ​ທ່ຽວ​ທີ່ຫຼາກຫຼາຍ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ ສ​ປ​ປ ລ​າວ ຫຼາຍ​ຂຶ້ນ​ໃນ​ອະ​ນາ​ຄົດ.

ນອກ​ຈ​າກບັນ​ຫາ​ໃນໄລຍະທີ່ເຊື້ອໄວຣັສໂຄວິດ-19 ນີ້​ແລ້ວ, ບັນ​ຫາສ່ວນ​ໃຫຍ່​ອື່ນ​ທີ່​ຜູ້​ປະ­ກອບ​ການ​ຈາກ​ຂະ­ແໜງ­ການ​ທ່ອງ​ທ່ຽວ ໄດ້​ຍົກ​ຂຶ້​ນ​ທີ່ກອງ​ປະ​ຊຸມ ແມ່ນ​ບັນ​ຫາ​ທີ່​ຕິດ​ພັນ​ກັບ​ການຈັດຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ, ຄ່າ​ໃຊ້​ຈ່າຍ​ທີ່​ນັບ​ມື້​ນັບ​ແພງ​ຂຶ້ນ ແລະ ຂະ​ບວນ​ການ​ຂໍ​ອະ​ນຸ​ຍາ​ດ​ຕ່າງໆ​ທີ່​ສັບ​ສົນ ແລະ ບໍ່​ຈະ​ແຈ້ງ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword