ສໍາເລັດການຝຶກອົບຮົມຫົວຂໍ້: “ເຕັກນິກໃນການຈັດຕັ້ງປະຕິບັດວຽກງານຂອງສູນບໍລິການອາຊີວະສຶກສາແບບຄວບຄູ່ (ອສຄ)”

ສໍາເລັດການຝຶກອົບຮົມຫົວຂໍ້: “ເຕັກນິກໃນການຈັດຕັ້ງປະຕິບັດວຽກງານຂອງສູນບໍລິການອາຊີວະສຶກສາແບບຄວບຄູ່ (ອສຄ)”

ໃນວັນທີ 11 ກໍລະກົດ 2020 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດຝຶກອົບຮົມ ຫົວຂໍ້: “ເຕັກນິກໃນການຈັດຕັ້ງປະຕິບັດວຽກງານຂອງສູນບໍລິການອາຊີວະສຶກສາແບບຄວບຄູ່ (ອສຄ)”.

ຈຸດປະສົງຫລັກຂອງການຝຶກອົບຮົມແມ່ນ ເພື່ອຮຽນຮູ້ເຕັກນິກການນໍາໃຊ້ໂທລະສັບ ປະເມີນຄວາມເພິ່ງພໍໃຈຂອງຜູ້ປະກອບການ ຕໍ່ກັບຜູ້ທີ່ຮຽນຈົບອາຊີວະສຶກສາແບບຄວບຄູ່ ແລະ ຄວາມເໝາະສົມຂອງການຮຽນຂອງພວກເຂົາຕໍ່ກັບການຈ້າງງານ ພ້ອມທັງຍົກໃຫ້ເຫັນຄວາມຄວາມສໍາຄັນ ແລະ ຄວາມຈໍາເປັນ ໃນການສໍາຫຼວດເພື່ອປະເມີນຜົນດັ່ງກ່າວ.

ການຝຶກອົບຮົມໄດ້ດໍາເນີນເປັນເວລາເຄິ່ງວັນໂດຍໄດ້ຮັບການສະໜັບສະໜູນທາງດ້ານງົບປະມານໃນການຈັດການຝຶກອົບຮົມ ພ້ອມຄູຝຶກສອງທ່ານຈາກ ອົງການ GIZ Lao ໂຄງການພັດທະນາອາຊີວະສຶກສາ (VELA) ໂດຍແມ່ນ ທ່ານ ພິມມະສອນ ທອງພະໄຕສັກ ທີ່ປຶກສາອາວຸໂສ ແລະ ທ່ານ ສັນຕິ ອິນທະວົງ ຊ່ຽວຊານຝ່າຍລາວ ເປັນຜູ້ດໍາເນີນການຝຶກ. ມີຜູ້ເຂົ້າຮ່ວມຈາກໜ່ວຍງານສູນບໍລິການອາຊີວະສຶກສາແບບຄວບຄູ່ ພະແນກພັດທະນາແວດລ້ອມທຸລະກິດ ແລະ ຕາງ ໜ້າຜູ້ໃຊ້ແຮງງານ ພ້ອມດ້ວຍນັກສຶກສາຝຶກງານ ລວມທັງໝົດ 15 ທ່ານ.

ຊຸດຝຶກອົບຮົມຄັ້ງນີ້ໄດ້ເນັ້ນໜັກກ່ຽວກັບເຕັກນິກວິທີການ ໃນການດໍາເນີນການສໍາຫລວດທາງໂທລະສັບ ໂດຍນໍາໃຊ້ວິທີການຝຶກອົບຮົມຮູບແບບທຸກຄົນມີສ່ວນຮ່ວມ, ມີການສະແດງບົດບາດສົມມຸດ ແລະ ສົນທະນາແລກປ່ຽນຄວາມຄິດເຫັນທີ່ສໍາຄັນ ແລະ ເປັນປະໂຫຍດໃນການກະກຽມການສໍາຫລວດເພື່ອປະເມີນຄວາມເພິ່ງພໍໃຈຂອງຜູ້ປະກອບການ ຕໍ່ກັບຜູ້ທີ່ຮຽນຈົບອາຊີວະສຶກສາແບບຄວບຄູ່ ແລະ ຄວາມເໝາະສົມຂອງການຮຽນຂອງພວກເຂົາຕໍ່ກັບການຈ້າງງານເຊິ່ງຈະເລີ່ມໃນໄວໄວນີ໊.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword