ກອງປະຊຸມທຸລະກິດລາວ (Lao Business Forum) ຄັ້ງທີ 11

ກອງປະຊຸມທຸລະກິດລາວ (Lao Business Forum) ຄັ້ງທີ 11

Date: 05/07/2018

Time: 8.00-12.00

Location: Donchan Palace Hotel

ຮຽນ: ທ່ານຜູ້ອໍານວຍການບໍລິສັດສະມາຊິກ ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ທີ່ນັບຖື.

ເລື່ອງ: ເຊີນທ່ານເຂົ້າຮ່ວມກອງປະຊຸມທຸລະກິດລາວ (Lao Business Forum) ຄັ້ງທີ 11.

ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວໃນນາມຄະນະຈັດກອງປະຊຸມທຸລະກິດລາວຂໍຖືເປັນກຽດຮຽນເຊີນທ່ານເຂົ້າຮ່ວມກອງປະຊຸມທຸລະກິດລາວ ຄັ້ງທີ 11

ກອງປະຊຸມດັ່ງກ່າວຈະຈັດຂື້ນ ໃນວັນພະຫັດ, ວັນທີ 05 ກໍລະກົດ 2018, ເລີ່ມແຕ່ ເວລາ 8:00 ຫາ 12:00 ໂມງ ທີ່ ໂຮງແຮມດອນຈັນພາເລດ ເພື່ອທົບທວນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະທຸລະກິດໃນໄລຍະຜ່ານມາ ແລະສະເໜີທິດທາງການແກ້ໄຂບັນຫາທີ່ຍັງຄົງຄ້າງ.

ກະລຸນາແຈ້ງລາຍຊື່ຜູ້ເຂົ້າຮ່ວມໃນໃບລົງທະບຽນມາຍັງ ສຄອຊ  ທ່ານ ນາງ ຄອນສະຫວັນ 020 5526 1789, ທ່ານ ສຸວິນນາ 020 99419186 ທ່ານ ນາງ ແກ້ວມະນີວອນ 020 2814 0797 ຫຼື ທາງ ອີເມວ lnccieba2005@gmail.com ກ່ອນວັນອັງຄານ ວັນທີ 03 ກໍລະກົດ 2018.

ຫວັງຢ່າງຍິ່ງວ່າທ່ານຈະສະຫຼະເວລາອັນມີຄ່າເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ດ້ວຍ.

ດ້ວຍຄວາມນັບຖືຢ່າງສູງ.

~~~~~~~~~~~~~~~~

Enter your keyword