ເວທີສົນທະນາກັບແມ່ຍິງລາວໃນຂະແໜງທຸລະກິດ

ເວທີສົນທະນາກັບແມ່ຍິງລາວໃນຂະແໜງທຸລະກິດ

Date: 17/09/2022

Time: 10.30 - 12.00

Location: ສູນການຄ້າວຽງຈັນເຊັນເຕີ

ເວທີສົນທະນາກັບແມ່ຍິງລາວໃນຂະແໜງທຸລະກິດ

  • ວັນ: ວັນເສົາ 17 ກັນຍາ 2022
  • ເວລາ: 10.30 ຕອນເຊົ້າ 12.00 ໂມງບ່າຍ
  • ສະຖານທີ່: ສູນການຄ້າວຽງຈັນເຊັນເຕີ
  • ຖ່າຍທອດສົດຜ່ານທາງ Facebook: Lao Youth Radio
  • ຄູ່ຮ່ວມຈັັດງານ: LNCCI ແລະ UNDP

ໃນວັນທີ 17 ກັນຍາ 2022 ເວລາ 10:30 ຕອນເຊົ້າ – 12:00 ໂມງບ່າຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຈະຈັດງານເວທີສົນທະນາ ໂດຍການເຊີນແມ່ຍິງ 6 ທ່າານທີ່ລ້ວນແຕ່ເປັນຜູ້ສາ້ງແຮງບັນດານໃຈ ເພື່ອເລົ່າເລື່ອງລາວປະສົບການກ່ຽວກັບການຂ້າມຜ່ານອຸປະສັກຕ່າງໆຕາມເສັ້ນທາງການເຮັດວຽກຂອງພວກເຂົາ ໃນຂະແໜງທຸລະກິດ ໃນ ສ ປ ປ ລາວ.

ແຂກຮັບເຊີິນຂອງພວກເຮົາປະກອບມີ:

  • ທ່ານ ນາງ ສົມຊື່ນ ໂຊກໄຊ, ຫົວໜ້າຝ່າຍບຸກຄົນ ຈາກບໍລິສັດ Foodpanda
  • ທ່ານ ນາງ ຄຳສະໝອນ ປຣະພາສິຣິ, ພະນັກງານການເງິນອາວຸໂສ ຈາກບໍລິສັດ ການບິນລາວ
  • ທ່ານ ນາງ ດາລີລອນ ແກ້ວບັນດິດ, ຮອງຫົວຫນ້າພະແນກ ວິເຄາະລະບົບຂໍ້ມູນຂ່າວສານ ຈາກບໍລິສັດ ລາວໂທລະຄົມ ມະຫາຊົນ
  • ທ່ານ ນາງ ມາໄລລັກ ຣາຊະຈັກ, ຜູ້ຈັດການດ້ານການພັດທະນາ ແລະ ຄຸ້ມຄອງຜະລິດຕະພັນໃໝ່ ຈາກບໍລິສັດ Pepsi
  • ທ່ານ ນາງ ແສງທະວີ ອິນທະສົມ, ຫົວໜ້າຝ່າຍຄວາມຕ້ອງການ ແລະ ການສະໜອງ ຈາກບໍລິສັດ ໂຕໂຍຕ້າ
  • ທ່ານ ນາງ ວາລີ ພົມມະຈັກ, ຜູ້ອໍານວຍການຂອງ ວິສາຫະກິດ Econox

ງານເວທີສົນທະນາດັ່ງກ່າວຈະເປີດໃຫ້ສາທາລະນະເຂົ້າຮ່ວມຟຣີ ໂດຍບໍ່ຕ້ອງລົງທະບຽນລ່ວງຫນ້າ.

ສໍາລັບຂໍ້ມູນເພີ່ມເຕີມທ່ານສາມາດຕິດຕໍ່ກັບ ທ່ານ ອິນທະວັດ ດວງຕາ ຜູ້ຮັບຜິດຊອບວຽກງານການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບຂອງ UNDP ຜ່ານທາງອີເມວໄດ້ທີ: inthavath.douangta@undp.org ຫຼື ເບີໂທຕິດຕໍ່ທີີ່: 020 5508 4091.

Enter your keyword