ພິທີມອບ-ຮັບໃບຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ສຳລັບທຸລະກິດທີ່ນອນໃນຂະແໜງການ ທ່ອງທ່ຽວ

ພິທີມອບ-ຮັບໃບຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ສຳລັບທຸລະກິດທີ່ນອນໃນຂະແໜງການ ທ່ອງທ່ຽວ, ໃນວັນທີ 20 ມິຖຸນາ 2024, ທີ່ ໂຮງແຮມຫລວງພະບາງວິວ, ນະຄອນຫລວງພະບາງ
ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ ຮ່ວມກັບ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການແພລນສາກົນ ແລະ ທຣາເວລໄລຟ໌ ໄດ້ຈັດ ພິທີມອບ-ຮັບໃບຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ສຳລັບທຸລະກິດທີ່ນອນໃນຂະແໜງການ ທ່ອງທ່ຽວ ນະຄອນຫລວງພະບາງ, ເຊິ່ງຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງການທ່ອງທ່ຽວ ໄດ້ຮັບການຍ້ອງຍໍ ແລະ ສະເຫຼີມສະຫຼອງຄວາມສຳເລັດທີ່ພວກເຂົາໄດ້ຮັບການຢັ້ງຢືນຈາກລາວຍືນຍາວ ແລະ ທຣາເວລໄລຟ໌.
ທ່ານ ຄັດຕະພອນ ພົມມະປັນຍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ ໄດ້ໃຫ້ກຽດຮ່ວມ ພິທີມອບ-ຮັບໃບຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ສຳລັບທຸລະກິດທີ່ນອນໃນຂະແໜງການ ທ່ອງທ່ຽວ, ການຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ຈະອອກໃບຢັ້ງຢືນໃຫ້ແກ່ຫົວໜ່ວຍທຸລະກິດທີ່ດຳເນີນງານພາຍໃຕ້ຄວາມຍືນຍົງໃນຮູບແບບທີ່ແຕກຕ່າງກັນໃນຕ່ອງໂສ້ອຸດສາຫະກຳທ່ອງທ່ຽວລາວແບບຍືນຍາວ. ການບໍລິຫານຈັດການ ແລະ ການດຳເນີນງານແບບຍືນຍົງ ເປັນພຽງເງື່ອນໄຂດຽວທີ່ບັນດາຫົວໜ່ວຍທຸລະກິດຕ້ອງໄດ້ຈັດຕັ້ງປະຕິບັດແບບຕໍ່ເໜື່ອງ ເຊິ່ງມັນລວມໄປເຖິງວິທີທີ່ທຸລະກິດຂອງພວກທ່ານໃຫ້ຄວາມສຳຄັນ ຫຼື ຄຳນຶງເຖິງປະໂຫຍດຂອງຊຸມຊົນ, ວິທີການດູແລພະນັກງານຂອງທ່ານ, ວິທີການອະນຸລັກຊັບພະຍາກອນຂອງທ່ານ, ແລະ ວິທີທີ່ທ່ານຊ່ວຍເຫຼືອບັນດາຜູ້ສະໜອງຂອງທ່ານໃຫ້ກ້າວໄປສູ່ຄວາມຍືນຍົງໃນການດຳເນີນທຸລະກິດ
ພາຍໃນງານຄັ້ງນີ້ ມີ 25 ຫົວຫນ່ວຍ ທຸລະກິດທີ່ໄດ້ຮັບການຢັ້ງຢືນຈາກແຜນງານລາວຍືນຍາວ ແລະ 14 ຫົວໜ່ວຍທຸລະກິດທີ່ໄດ້ຮັບການຢັ້ງຢືນຈາກແຜນງານ ທຣາເວລໄລຟ໌
ໂຄງການ SUSTOUR ລາວ ເປັນໂຄງການທີ່ໄດ້ຮັບການສະໜູນຈາກ ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການແພລນສາກົນປະຈຳ ລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຫລວງພະບາງ, ສູນສະຫະພາບເອີຣົບທາງດ້ານລະບົບນິເວດເພື່ອການທ່ອງທ່ຽວ ແລະ ກະສິກຳ. ໂຄງການດັ່ງກ່າວມີຈຸດປະສົງເພື່ອຈັດຕັ້ງປະຕິບັດວຽກງານຄວາມຍືນຍົງໃນອຸດສາຫະກຳການທ່ອງທ່ຽວລາວ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword