ກອງປະຊຸມຄະນະກຳມະການຊີ້ນຳກອງປະຊຸມທຸລະກິດລາວ

ກອງປະຊຸມຄະນະກຳມະການຊີ້ນຳກອງປະຊຸມທຸລະກິດລາວ

ພາກລັດ ແລະ ພາກທຸລະກິດ ຮ່ວມປືກສາຫາເພື່ອກະກຽມກອງປະຊຸມທຸລະກິດລາວຄັ້ງທີ່ XI.

ໃນວັນທີ 05 ເມສາ 2018, ກອງເລຂາກອງປະຊຸມທຸລະກິດລາວ ໄດ້ຈັດກອງປະຊຸມຄະນະກຳມະການຊີ້ນຳກອງປະ ຊຸມທຸລະກິດລາວ ຂື້ນທີ່ ໂຮງແຮມ ດອນຈັນພາເລສ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍມີຜູ້ຕ່າງໜ້າຫຼາຍກ່ວາ 100 ທ່ານ ຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ພາກເອກະຊົນ ທັງ ພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມຄະນະກຳມະການຊີ້ນຳກອງປະຊຸມທຸລະກິດລາວຄັ້ງນີ້ ແມ່ນເນັ້ນໃສ່ການລາຍງານສະພາບລວມ ກອງປະຊຸມທຸລະກິດລາວ, ລາຍງານຄວາມຄືບໜ້າຂອງການແກ້ໄຂບັນຫາກອງປະຊຸມທຸລະກິດລາວ ແລະ ສະເໜີວິທີ ແກ້ໄຂບັນຫາການດຳເນີນທຸລະກິດ, ແລະ ສະເໜີຮ່າງວາລະກອງປະຊຸມທຸລະກິດລາວ ຄັ້ງທີ XI ເຊິ່ງຄາດວ່າ ຈະຈັດຂື້ນໃນກາງ ເດືອນ ພືດສະພາ 2018.

ໃນບົດກ່າວເປີດກອງປະຊຸມ, ທ່ານ ລັດຖະມົນຕີ ໄດ້ກ່າວເຖິງບົດບາດຂອງກອງປະຊຸມທຸລະກິດລາວວ່າເປັນເວທີ ສຳຄັນສຳລັບການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອປັບປຸງສະພາບແວດລ້ອມ ທີ່ເອື້ອຍອຳນວຍ ໃຫ້ແກ່ການດຳເນີນທຸລະກິດ ແນ່ໃສ່ສົ່ງເສີມການຂະຫຍາຍຕົວຂອງພາກທຸລະກິດ, ຍົກຂີດຄວາມສາມາດໃນການ ແຂ່ງຂັນຂອງທຸລະກິດພາຍໃນ ແລະ ສາກົນ ແລະ ເພີ່ມທະວີການປະກອບສ່ວນຂອງພາກທຸລະກິດເຂົ້າໃນການບັນລຸ ເປົ້າໜາຍການພັດທະນາທີ່ກຳນົດໃນແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ່ VIII, ຍຸດທະສາດ ພັດທະນາຮອດ 2025 ແລະ ວິໃສທັດ 2030.

ທ່ານ ລັດຖະມົນຕີ ຍັງໄດ້ກ່າວລາຍງານຄວາມຄືບໜ້າພາຍຫຼັງກອງປະຊຸມທຸລະກິດລາວຄັ້ງທີ່ X ທີ່ຈັດຂື້ນໃນວັນທີ 28 ມີນາ 2017. ພາຍໃຕ້ຄວາມພະຍາຍາມຂອງພາກລັດໃນການປັບປຸງບັນຍາກາດການລົງທືນ ແລະ ສະພາບແວດລ້ອມ ການດຳເນີນທຸລະກິດ ໄດ້ສະແດງໃຫ້ເຫັນເປັນຮູບປະທຳໂດຍ ຄຳສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 02/ນຍ ລົງວັນທີ່ 01/02/2018  ວ່າດ້ວຍ ການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ;  ແຈ້ງການຂອງ ສຳນັກງານນາຍົກວ່າ ດ້ວຍການ ຈັດຕັ້ງປະຕິບັດຜົນກອງປະຊຸມທຸລະກິດຄັ້ງທີ X; ການ ດັດແກ້ລັດຖະບັນຍັດ ເລກທີ 03; ປັບປຸງກົດໜາຍວ່າ ດ້ວຍອາກອນມູນຄ່າເພີ່ມ; ການຮັບຮອງເອົາແຜນພັດທະນາ ແລະ ສົ່ງເສີມ MSMEs ແລະ ອື່ນໆ.

ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຍັງໄດ້ເນັ້ນຍ້ຳເຖິງພາລະບົດບາດຂອງກອງເລຂາກອງປະຊຸມທຸລະກິດລາວທີ່ເຮັດໜ້າທີ່ເປັນຂົວຕໍ່ປະສານສົມທົບກັບພາກລັດ ແລະ ເກັບກຳ ຮວບຮວມເອົາບັນຫາການກຳເນີນທຸລະກິດຈາກພາກທຸລະກິດ ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ, ແລະ ຍັງມີບົດບາດໃນການ ຜັນຂະຫຍາຍແຈ້ງການຕ່າງໆຂອງພາກລັດໃຫ້ແກ່ສະມາຊິກ, ພ້ອມທັງ ຮວບຮວມຄຳເຫັນຂອງພາກທຸລະກິດເຂົ້າໃນການປັບປຸງຮ່າງກົດໜາຍຕ່າງໆຂອງພາກລັດ.

ໃນກອງປະຊຸມ, ທ່ານ ສິລິສີສຳພັນ ວໍລະຈິດ, ຫົວໜ້າ ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຖືໂອກາດນີ້ ສະເໜີວາລະກອງປະຊຸມທີ່ຈະນຳໄປປຶກສາຫາລືໃນກອງປະຊຸມທຸລະກິດລາວຄັ້ງທີ່ XI, ເຊິ່ງໄດ້ເນັ້ນໃສ່ 3 ຂົງເຂດບັນຫາຫຼັກ ຄື: 1) ບັນຫາອາກອນສຳລັບທຸລະກິດ; 2) ບັນຫາຕົ້ນທຶນຄ່າຂົນສົ່ງ ຂອງ ສປປ ລາວ (ພາຍໃນ ແລະ ຕ່າງປະເທດ); 3) ບັນຫາທີ່ເປັນອຸປະສັກຕໍ່ການພັດທະນາດ້ານຂະແໜງການທ່ອງທ່ຽວ. ບັນດາ 3 ກຸ່ມບັນຫານີ້ ຄາດວ່າຈະໄດ້ຖືກຄັດເລືອກເປັນບັນຫາຫຼັກທີ່ຈະນຳໄປປືກສາຫາລື ຍ້ອນຜົນສຶກສາຄົ້ນຄ້ວາ, ຂໍ້ມູນອ້າງອີງ, ຂໍ້ສະເໜີວິທີແກ້ໄຂທີ່ລະອຽດ ແລະ ທັງກຸ່ມບັນຫາທີ່ສະແດງໃນບົດລາຍງານປະຈຳປີກ່ຽວກັບການປະເມີນຄວາມ ຍາກງ່າຍຂອງການດຳເນີນທຸລະກິດ ຢູ່ ສປປ ລາວ (Doing Business Report) ແລະ ບົດສຳຫຼວດຜູ້ປະກອບການ ພາກທຸລະກິດ (Enterprise Survey)  ຂອງທະນາຄານໂລກ.

ທ່ານ ນາງ ວາລີ ເວດສະພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຍັງໄດ້ຂື້ນລາຍງານ ຄວາມຄືບໜ້າຂອງການແກ້ໄຂບັນຫາກອງປະຊຸມທຸລະກິດລາວ. ບັນຫາທີ່ມີຄວາມຄືບໜ້າພົ້ນເດັ່ນໃນການແກ້ໄຂ ໄດ້ແກ່ ບັນຫາອາກອນມູນຄ່າເພີ່ມສໍາລັບການບໍລິການທະນາຄານ ແລະການບໍລິການຂົນສົ່ງຂ້າມແດນ, ບັນຫາ ຕົ້ນທຶນໃນການຂົນສົ່ງສິນຄ້າ; ການສົ່ງອອກໄມ້ປູກ ແລະ ຂັ້ນຕອນການສົ່ງອອກໄມ້; ການເຂົ້າເຖິງຂໍ້ມູນໂຕ ເລກນຳເຂົ້າ ແລະ ສົ່ງອອກ; ການຂໍຈົດທະບຽນວິສາຫະກິດ ແລະ ຂໍອະນຸຍາດດຳເນີນທຸລະກິດ; ການເຂົ້າຫາແຫຼ່ງທຶນ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ; ການເຂົ້າເຖິງຂໍ້ມູນຈັດຊື້-ຈັດຈ້າງໂຄງການຂອງລັດຖະບານ.

ໃນບົດກ່າວປິດກອງປະຊຸມ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັ້ງບັນດາຜູ້ຕ່າງໜ້າຈາກພາກສ່ວນ ທີ່ກ່ຽວຂ້ອງທີ່ມາເຂົ້າຮ່ວມກອງປະຊຸມ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງຂໍໃຫ້ບັນດາຜູ້ເຂົ້າຮ່ວມ ປະກອບສ່ວນຢ່າງ ຕັ້ງໜ້າ ແລະ ປະກອບຄຳຄິດເຫັນຕໍ່ກັບບັນຫາຂອງພາກທຸລະກິດທີ່ໄດ້ສັງລວມໃນກອງປະຊຸມ ແລະ ປຶກສາຫາລື ຄວາມພ້ອມເພື່ອກະກຽມກອງປະຊຸມທຸລະກິດ ຄັ້ງທີ XI ທີຈະມາເຖິງ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword