ກອງປະຊຸມພົບປະລະຫວ່າງ ກົມພາສີ ແລະ ສຄອ ແຫ່ງຊາດລາວ

ກອງປະຊຸມພົບປະລະຫວ່າງ ກົມພາສີ ແລະ ສຄອ ແຫ່ງຊາດລາວ

ກອງປະຊຸມພົບປະລະຫວ່າງ ກົມພາສີ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈັດຂື້ນ ໃນວັນທີ 30 ເມສາ 2018 ທີ່ ສຄອ ແຫ່ງຊາດລາວ

ໂດຍໃຫ້ກຽດການເປັນປະທານຂອງ ທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສຄອ ແຫ່ງຊາດລາວ ແລະ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງີນ ກອງປະຊຸມໃນຄັ້ງນີ້ແມ່ນຈັດຂື້ນເພື່ອປຶກສາຫາລືບັນຫາທີ່ພາກທຸລະກິດສະເໜີ ຕໍ່ ລັດຖະການພາສີ: ການສະເໜີປັບປຸງຂອດຂັ້ນ ການນຳເຂົ້າສິນຄ້າ (ໂດຍສະເພາະສິນຄ້າທີ່ໄດ້ຮັບການຍົກເວັ້ນພາສີ) ແລະ ການຄົ້ນຄ້ວາແຜນນຳເຂົ້າ Master List, ການພິຈາລະນາປັບປຸງຂໍ້ກຳນົດການນຳເຂົ້າບໍ່ໃຫ້ເກີນທືນຈົດທະບຽນ, ການສະເໜີຍືດເວລາບໍລິການຂອງຂະແໜງການລັດຢູ່ດ້ານພາສີຊາຍແດນ, ການສະເໜີປັບປຸງຄຸ້ມຄອງຕູ້ສິນຄ້າເປົ່າ, ການສະເໜີປັບປຸງຄຸ້ມຄອງອະນຸຍາດສິນຄ້າຜ່ານແດນສາກົນ, ການສະເໜີປັບປຸງຄຸ້ມຄອງກວດກາການນຳເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ຜ່ານດ່ານທ້ອງຖິ່ນ ແລະ ດ່ານປະເພນີ. ນອກຈາກນີ້ ໃນທີ່ກອງປະຊຸມ ຄະນະປະທານ ຍັງໄດ້ມີຄໍາເຫັນຊີ້ແຈງເຖິງບັນຫາດັ່ງກ່າວ ອີກດ້ວຍ.

 

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword