ກອງປະຊຸມວິຊາການກ່ຽວກັບ “ການນໍາໃຊ້ປະໂຫຍດຂອງຂໍ້ຕົກລົງທາງດ້ານການຄ້າເສລີ” ທີ່ ຫ້ອງປະຊຸມ ສຄອຊ ໃນວັນທີ 16 ກຸມພາ 2018

ກອງປະຊຸມວິຊາການກ່ຽວກັບ “ການນໍາໃຊ້ປະໂຫຍດຂອງຂໍ້ຕົກລົງທາງດ້ານການຄ້າເສລີ” ທີ່ ຫ້ອງປະຊຸມ ສຄອຊ ໃນວັນທີ 16 ກຸມພາ 2018

ໃນວັນທີ 16 ກຸມພາ 2018 ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ຈັດກອງປະຊຸມວິຊາການກ່ຽວກັບ   “ການນໍາໃຊ້ປະໂຫຍດຂອງຂໍ້ຕົກລົງທາງດ້ານການຄ້າເສລີ” ທີ່ ຫ້ອງປະຊຸມ ສຄອຊ,

ໂດຍການເປັນປະທານຂອງ ທ່ານ ສາ ສີລິພົງ ຮອງຫົວໜ້າກົມ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ບຸດເລີດ ຫຼວງປະເສີດ ຮອງປະທານກວດກາ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

ເຊິ່ງຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອເຜີຍແຜ່ບົດຮຽນທີ່ທາງວິຊາການໄດ້ໄປຝຶກອົບຮົມມາ ແລະ ຮຽນຮູ້ເຂົ້າໃຈກ່ຽວກັບສະຖານະການຂອງ SME ໃນບັນດາປະເທດ GMS ໃນລະຫວ່າງ ວັນທີ 4 -8 ທັັນວາ 2017 ທີ່ຂອນແກ່ນ ທີ່ຜ່ານມານີ້. ໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ພາກລັດ ທີ່ກ່ຽວຂ້ອງ:

  • ເພື່ອເຂົ້າໃຈຄວາມສໍາຄັນຂອງການຄ້າເສລີ ແລະ ຂັ້ນຕອນການນໍາໃຊ້ໃນການຄ້າ ພາກພື້ນ ແລະ ສາກົນ.
  • ກໍານົດບັນດາສິ່ງທ້າທາຍໃຫ່ມໃນການນໍາໃຊ້ການຄ້າເສລີ (FTA) ນອກເໜືອຈາກການຫຼຸດຜ່ອນອັດຕາພາສີ.
  • ເພື່ອເຂົ້າໃຈສະຖານະການຂອງ SME ໃນບັນດາປະເທດ GMS ແລະ ຄວາມສໍາຄັນຂອງມັນໃນການເຂົ້າຮ່ວມ
  • ເຂົ້າໃຈການຄ້າເສລີໃນບັນດາສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາ.
  • ເພື່ອສົ່ງເສີມການແລກບົດຮຽນ ກັບບັນດາປະເທດທີ່ເຂົ້າຮ່ວມ.

ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມອາດສາມາດໃຫ້ແກ່  SMEs  ແລະ ຜູ້ຕາງໜ້າຈາກໜ່ວຍງານຂອງພາກລັດ, ພາກເອກກະຊົນ, ສະມາຄົມທຸລະກິດຜູ້ສົ່ງອອກ ແລະ ຜູ້ນໍາເຂົ້າບັນດາປະເທດ GMS. ກອງປະຊຸມເຜີຍແຜ່ນີ້ຈະເປັນປະໂຫຍດແກ່ບັນດາບໍລິສັດເພື່ອສ້າງຄວາມຮູ້ຄວາມເຂົ້າໃຈຂອງເຂົາເຈົ້າທີ່ຈໍາເປັນເພື່ອການນໍາໃຊ້ FTAs ໃນທຸລະກິດຂອງເຂົາເຈົ້າ ແລະ ການຄ້າໃນຕະຫຼາດລະດັບພາກພື້ນ ແລະ ສາກົນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword