ກອງປະຊຸມວິຊາການ ” ສົງເສີມຜະລິດຕະພັນຊາ” ທີ່ ແຂວງຈຳປາສັກ

ກອງປະຊຸມວິຊາການ ” ສົງເສີມຜະລິດຕະພັນຊາ” ທີ່ ແຂວງຈຳປາສັກ

ໃນວັນພະຫັດທີ 26 ກໍລະກົດ 2018, ສະພາການຄ້າ  ແລະ ອຸດສາຫະກໍາແຫ່ງຊາດ ລາວ (ສຄອຊ) ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງ ອຸດສະຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມວິຊາການ ” ສົງເສີມຜະລິດຕະພັນຊາ” ທີ່ ແຂວງຈຳປາສັກ.

ໂດຍການເປັນປະທານຂອງ ທ່ານ ຄຳແພງ ສີອາລຸນ ຮອງຫົວໜ້າພະແນກ ອຸດສະຫະກໍາ ແລະ ການຄ້າ ແຂວງຈຳປາສັກ, ທ່ານ ໄຊສົມເພັດ ນໍລະສິງ ຮັກສາການຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຸດສະຫະກໍາ ແລະ ການຄ້າ, ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອ ແຫ່ງຊາດລາວ ແລະ ທ່ານ ອຸດອນ ສິງສຸວົງ ປະທານ ສຄອ ແຂວງຈຳປາສັກ ຈຸດປະສົງ ເພື່ອເຜີຍແຜ່ ພາລະບົດບາດຂອງໂຄງການ ສ້າງຍີ່ຫໍ້ລາວ (Brand lao) ແລະ ກໍ່ສ້າງ ຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາຜູ້ປະກອບການໂດຍສະເພາະຜູ້ບໍລິສັດຜະລິດ ”ຊາ” ເພື່ອ ຊຸກຍູ້ ແລະ ເຊື້ອເຊີນເຂົາເຈົ້າເຂົ້າຮ່ວມໂຄງການເພື່ອຍົກລະດັບຜະລິດຕະພັນຊາ ຂອງລາວໃຫ້ໄດ້ມາດຕະຖານ ແລະ ເປັນຍີຫໍ້ລາວ (ແບລນລາວ) ທີ່ໄດ້ຮັບການຍອມຮັບຈາກສາກົນ ແລະ ສາມາດສ້າງມູນຄ່າເພີ່ມ ເພື່ອສົ່ງອອກ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword