ກອງປະຊຸມ ຄະນະຮັບຜິດຊອບຄວາມປອດໄພ ແລະ ສຸຂະພາບແຮງງານ 2ຝ່າຍ

ກອງປະຊຸມ ຄະນະຮັບຜິດຊອບຄວາມປອດໄພ ແລະ ສຸຂະພາບແຮງງານ 2ຝ່າຍ

ໃນວັນທີ 22-23 ພຶດສະພາ 2019 ທີ່ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບຄວາມປອດໄພ ແລະ ສຸຂະພາບແຮງງານ 2ຝ່າຍ:

ປັບປຸງຄວາມປອດໄພ ແລະ ສຸຂະພາບແຮງງານໃນການເຮັດວຽກ ໂດຍຜ່ານວາລະການແຜນວຽກທີ່ມີຄຸນຄ່າ ແລະ ເປັນທຳ  ໂດຍການເປັນປະທານຂອງທ່ານ ສີມູນ ອຸ່ນລາສີ ຮອງປະທານ ສູນກາງສະຫະພັນກຳມະບານລາວ, ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ນາງ Mrs.Kristina Kurths ອົງການ ແຮງງານສາກົນ.

ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ເປັນຄູ່ຮ່ວມງານໃນການຈັດຕັ້ງປະຕິບັດໂຄງການ ໄດ້ເຂົ້າຮ່ວມໃນການປືຶກສາຫາລື ແຜນກິດຈະກຳ ກັບຄະນະອົງການ ສາມຝ່າຍ ຕັ້ງແຕ່ເລີມຕົ້ນໃນການສະເໜີໃຫ້ມີໂຄງການ ໃນການຈັດຕັ້ງປະຕິບັດ ໃນສປປລາວ , ການຈັດຕັ້ງປະຕິບັດໂຄງການ ຄວາມປອດໄພ ແລະສຸຂະພາບແຮງງານ ໃນຕ່ອງໂສ້ການຜະລິດຂອງ ສປປລາວ ໂດຍ ພາຍໃຕ້ໂຄງການກອງທຶນສະກັດກັ້ນບໍ່ໃຫ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ຂອງອົງການແຮງງານສາກົນ ໂດຍມີຫົວໜ່ວຍແຮງງານເຂົ້າຮ່ວມມີໂຮງງານຕັດຫຍິບ, ໂຮງງານຜະລິດເກີບ ແລະ ພ້ອມດ້ວຍຂະແໜ່ງກະສິກຳ ກາເຟ ,  ຊຶ່ງວຽກງານສຸຂະພາບ ແລະຄວາມປອດໄພໃນສະຖານທີເຮັດວຽກແມ່ນເປັນວຽກທີສຳຄັນທັງເປັນການເພີ້ມປະສິດທິພາບ ໃນການເຮັດວຽກຄ່ຽງຄູ່ກັບຄຸນນະພາບ ຂອງການຜະລິດ

ສິງສຳຄັນເພືອເຮັດໃຫ້ການຈັດຕັ້ງປະຕິບັດໄດ້ຮັບຜົນປະໂຫຍດໃຫ້ແກ່ ຜູ້ໃຊ້ແຮງງານ ແລະ ເພືອໃຫ້ຜູ້ອອກແຮງງານມີຄວາມປອດໄພ ໃນສະຖານທີເຮັດວຽກ ຖືກເບີງແຍ່ງທາງດ້ານສຸຂະພາບ ແລະ ສ້າງຄວາມເຂັ້ມແຂງ ໃຫ້ຄະນະກຳມະທິການຄວາມປອດໄພໃນສະຖານທືີເຮັດວຽກ  ແລະ ເພີ່ມຄວາມເຂົ້າໃຈກ່ຽວກັບບົດບາດ ແລະ ໜ້າທີ ຮັບຜິດຊອບໃນການຈັດຕັ້ງປະຕິບັດນະໂຍບາຍ ແລະຍຸດທະສາດໃນຂົງເຂດວຽກງານຄວາມປອດໄພ ແລະສຸຂະພາບແຮງງງານໃນສະຖານທີເຮັດ

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword