ກອງປະຊຸມ ປຶກສາຫາລື ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມພາຍໃຕ້ກົດໝາຍປະກັນສັງຄົມ ສະບັບເລກທີ 34/ສພຊ ສຳລັບ ສະມາຊິກ ສຄອຊ

ກອງປະຊຸມ ປຶກສາຫາລື ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມພາຍໃຕ້ກົດໝາຍປະກັນສັງຄົມ ສະບັບເລກທີ 34/ສພຊ ສຳລັບ ສະມາຊິກ ສຄອຊ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ສ້າງຄວາມເຂົ້າໃຈກ່ຽວກັບວຽກງານປະກັນສັງຄົມ ໃຫ້ແກ່ສະມາຊິກ ສຄອ ແຫ່ງຊາດລາວ

ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບວຽກງານປະກັນສັງຄົມ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ທີ່ຂື້ນກັບ ສຄອ ແຫ່ງຊາດລາວ ໃນຕອນເຊົ້າຂອງວັນທີ 30 ຕຸລາ 2018 ທີ່ ຫ້ອງປະຊຸມ ສຄອ ແຫ່ງຊາດລາວ ໄດ້ມີກອງປະຊຸມ ປຶກສາຫາລື ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມພາຍໃຕ້ກົດໝາຍປະກັນສັງຄົມ ສະບັບເລກທີ 34/ສພຊ ສຳລັບ ສະມາຊິກ ສຄອຊ ໂດຍການເປັນປະທານຂອງ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອ ແຫ່ງຊາດລາວ ແລະ ທ່ານ ເພັດສະໝອນ ສຸກທະວີພອນ ຮອງຜູ້ອຳນວຍການ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ແລະ ເຂົ້າຮ່ວມກອງປະຊຸມມີ ຜູ້ຕ່າງໜ້າຈາກລັດວິສາຫະກິດ, ທະນາຄານ, ສະຖາບັນການເງິນຈຸລະພາກ, ສະມາຄົມ, ກຸ່ມບໍລິສັດ, ຄຣີນິກ, ນອກນັ້ນຍັງມີຄະນະອຳນວຍການ, ຄະນະພະແນກ ຂອງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 86 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເປັນການກະຕຸ້ນ ໃຫ້ແກ່ສະມາຊິກປະກັນສັງຄົມກໍ່ຄືພະນັກງານຢູ່ໃນບັນດາຫົວໜ່ວຍວິສາຫະກິດ ທີ່ເປັນສະມາຊິກ ສຄອຊ ເຫັນໄດ້ຄວາມສຳຄັນຕໍ່ກັບວຽກງານດັ່ງກ່າວພາຍໃຕ້ກົດໝາຍ. ຊຶ່ງພາຍຫຼັງປະທານກ່າວເປີດພິທີ, ທ່ານ ເພັດສະໝອນ ສຸກທະວີພອນ ຮອງຜູ້ອຳນວຍການ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ໄດ້ສະເໜີພາບລວມກ່ຽວກັບຄວາມສຳຄັນຂອງການປະກັນສັງຄົມ, ຈາກນັ້ນ ພາຍໃນກອງປະຊຸມໄດ້ຮັບຟັງການບັນຍາຍກ່ຽວກັບກົດໝາຍວ່າດ້ວຍການປະກັນສັງຄົມ ເວົ້າລວມເວົ້າສະເພາະ ກໍ່ຄືສິດຜົນປະໂຫຍດທີ່ຈະໄດ້ຮັບໃນເວລາເຂົ້າເປັນສະມາຊິກປະກັນສັງຄົມ ໂດຍການຂື້ນບັນຍາຍຂອງ ທ່ານ ນາງ ດວງເດືຶອນ ຈັນທະວົງ ຫົວໜ້າພະແນກປະຊາສຳພັນ ຂອງ ຫກປຊ, ເຊິ່ງທ່ານ ໄດ້ສະແດງໃຫ້ເຫັນພາບລວມຂອງລະບົບປະກັນສັງຄົມໃນລາວ, ການຈັດສັນກອງທຶນ ພ້ອມທັງລົງເລິກໃນແຕ່ລະປະເພດການອຸດໜູນທີ່ປະກັນສັງຄົມໃຫ້ການຄຸ້ມຄອງ ເຊັ່ນ: ອຸດໜູນອຸປະຕິເຫດແຮງງານ ແລະ ພະຍາດຊິບ, ອຸດໜູນປິ່ນປົ່ວສຸຂະພາບ, ອຸດໜຸນອອກລູກ ຫຼື ຫຼຸລູກ, ອຸດໜູນປ່ວຍການ, ອຸດໜູນເສຍອົງຄະ, ອຸດໜູນບຳນານ, ອຸດໜູນເສຍຊີວິດ, ອຸດໜູນສະມາຊິກຄອບຄົວຜູ້ເສຍຊີວິດ ແລະ ອຸດໜູນວ່າງງານ; ພາຍຫຼັງການບັນຍາຍສິ້ນສຸດ, ປະທານໄດ້ເປີດໂອການໃຫ້ຜຸ້ເຂົ້າຮ່ວມແລກປ່ຽນຖາມ-ຕອບ ກ່ຽວກັບບັນຫາສົນໃຈເພີ່ມຕື່ມ. ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ພາຍໃຕ້ກົດໝາຍວ່າດ້ວຍການປະກັນສັງຄົມ ໄດ້ປິດລົງໃນຕອນບ່າຍຂອງມື້ດຽວກັນ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword