ກອງປະຊູມເຜີຍແຜ່ ແລະ ປຶກສາຫາລືກ່ຽວກັບແຜນຍຸດທະສາດ 3 ປີ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ກອງປະຊູມເຜີຍແຜ່ ແລະ ປຶກສາຫາລືກ່ຽວກັບແຜນຍຸດທະສາດ 3 ປີ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ໃນວັນທີ 14 ພຶດສະພາ 2018 ທີ່ ຫ້ອງການ ສຄອຊ ໄດ້ຈັດກອງປະຊູມເຜີຍແຜ່ ແລະ ປຶກສາຫາລືກ່ຽວກັບແຜນຍຸດທະສາດ 3 ປີ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ,ທ່ານ Murali BALASUBRAMANIAM ຮອງຜູ້ຕາງໜ້າ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ທ່ານ H.E. Mr. Jens Peter Lutkenhern ເອກອັກຄະລະຊະທູດເຢຍລະມັນ ປະຈຳ ສປປ ລາວ. ໂດຍມີແຂກເຂົ້າຮ່ວມຈາກຫລາຍພາກສ່ວນ ທັງພາກລັດຖະບານ ໂດຍສະເພາະແມ່ນບັນດາອົງການຈັດຕັ້ງສາກົນ ແລະ ສະຖານທູດໃນ ສປປ ລາວ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອເຜີຍແຜ່, ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບ ແຜນຍຸດທະສາດ 3 ປີ 2018-2020 ຂອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເພື່ອເປັນການພັດທະນາ ແລະ ເສີມສ້າງຄວາມອາດສາມາດຂອງທຸລະກິດລາວ ໃຫ້ມີຄວາມເຂັ້ມແຂງໃນການດຳເນີນທຸລະກິດ, ການຜະລິດ ແລະ ເພື່ອໃຫ້ບັນລຸເປົ້າໝາຍຂອງການພັດທະນາເສດຖະກິດແບບຍືງຍົງ. ເຊິ່ງໃນແຜນຍຸດທະສາດປະກອບມີ 4 ເສົາຄໍ້າຄື:

  1. Enabling Business Environment
  2. Service provision for Business in Lao PDR
  3. Lao Product Promotion and Marketing
  4. Information System Management and Public Relation (PR)

 

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword