ງານ The 12th Mekong-ROK Business Forum

ງານ The 12th Mekong-ROK Business Forum

ງານ The 12th Mekong-ROK Business Forum ພາຍໃຕ້ຫົວຂໍ້ “Capacity Building of SMEs to Enhance Connectivity in the Mekong Region’’ ວັນທີ 20 ສິງຫາ 2024, ທີ່ໂຮງແຮມ ຄຣາວພາຊາ.


ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ໃຫ້ກຽດ ກ່າວເປີດກອງປະຊຸມໂດຍທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ Chung Byung-won, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫລີ, ທ່ານ Sang-hyeon JO, ປະທານສະຖາບັນການຄ້າສາກົນສະມາຄົມການຄ້າສາກົນເກົາຫຼີ (KITA)
ຈຸດປະສົງຂອງການຈັດງານກອງປະຊຸມໃນຄັ້ງນີ້ແມ່ນເພື່ອສ້າງຄວາມອາດສາມາດໃຫ້ແກ່ SMEs ເພື່ອເພີ່ມທະວີການເຊື່ອມຕໍ່ໃນພາກພື້ນແມ່ນ້ຳຂອງ
ໃນຕອນບາຍຂອງວັນດຽວກັນນັ່ນ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຮ່ວມກັບສະຖາບັນການຄ້າສາກົນ ສະມາຄົມການຄ້າສາກົນເກົາຫຼີ (KITA) ໄດ້ຈັດງານthe 12th ROK-Mekong B2B Business Meeting ໂດຍມີທ່ານ ປອ. ໄຊບັນດິດ ຣາຊພົນ, ຮອງປະທານ ສຄອຊ ເຂົ້າຮ່ວມເປັນຜູ້ສັງເກດການ. ເຊິງຈຸດປະສົງຂອງງານພົບປະໃນຄັ້ງນີ້ແມ່ນເພື່ອຍົກລະດັບການພົວພັນຮ່ວມມືຂອງພາກທຸລະກີດຂອງບັນດາປະເທດພາກພື້ນລຸ່ມແມ່ນ້ຳຂອງ ແລະ ສ. ເກົາຫຼີຜ່ານການນຳສະເໜີສິນຄ້າຂອງບັນດາບໍລິສັດເກົາຫຼີ ແລະ ການແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນຂອງພາກທຸລະກິດ. ເຊິ່ງມີບໍລິສັດຈາກປະເທດເກົາຫຼີເຂົ້າຮ່ວມທັງໝົດ 8 ບໍລິສັດ, ບໍລິສັດລາວເຂົ້າຮ່ວມທັງໝົດ 15 ບໍລິສັດ, ຈາກປະເທດຫວຽດນາມ 6 ບໍລິສັດ ແລະ 3 ບໍລິສັດຈາກປະເທດ ໄທ, ກຳປູເຈຍ ແລະ ມຽນມາ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword