ຝຶກອົບຮົມຜູ້ປະເມີນ / ໃຫ້ຄຳປຶກສາດ້ານມາດຖານຄວາມຍືນຍົງຂອງແຜນງານລາວຍືນຍາວ

ຝຶກອົບຮົມຜູ້ປະເມີນ / ໃຫ້ຄຳປຶກສາດ້ານມາດຖານຄວາມຍືນຍົງຂອງແຜນງານລາວຍືນຍາວ

ຝຶກອົບຮົມຜູ້ປະເມີນ / ໃຫ້ຄຳປຶກສາດ້ານມາດຖານຄວາມຍືນຍົງຂອງແຜນງານລາວຍືນຍາວ ໃນວັນທີ 11-12 ພະຈິກ, 2022, ທີ່ ວັງວຽງ ທ່ານ ນາງ ສຸພາພອນ ຄຳແສນນາມ ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມເປັນປະທານໃນງານ ຝຶກອົບຮົມຜູ້ປະເມີນ / ໃຫ້ຄຳປຶກສາດ້ານມາດຖານຄວາມຍືນຍົງຂອງແຜນງານລາວຍືນຍາວ

ໂຄງການ SUSTOUR ລາວ ຈະຈັດຝຶກອົບຮົມໃຫ້ແກ່ພະນັກງານຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຂັ້ນສູນກາງ ແລະ ທ້ອງຖິ່ນ, ສະມາຄົມທຸລະກິດທ່ອງທ່ຽວລາວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ແລະ ບັນດາຜູ້ໃຫ້ຄຳປຶກສາຂອງແຜນງານທຣາເວວໄລຟ໌ ທີ່ຢູ່ໃນລາວ ເພື່ອສ້າງຄວາມສາມາດທາງດ້ານການໃຫ້ຄຳປຶກສາ ແລະ ປະເມີນຜົນບັນດາ ຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເຂົ້າຮ່ວມໂຄງການເພື່ອຂໍການຢັ້ງຢືນຄວາມຍືນຍົງຂອງແຜນງານລາວຍືນຍາວ. ແຜນງານການຢັ້ງຢືນຄວາມຍືນຍົງນີ້ໄດ້ຮັບການຮ່າງ ແລະ ສ້າງຂຶ້ນໂດຍໂຄງການ SUSTOUR ລາວໂດຍການປຶກສາລືຮ່ວມກັບ 200 ກ່ວາພາກສ່ວນທີ່ນອນຢູ່ໃນຕ່ອງໂສ້ອຸດສາຫະກຳການທ່ອງທ່ຽວລາວ ແລະ ອີງຕາມມາດຖານຂອງແຜນງານທຣາເວວໄລຟ໌.
ຝຶກອົບຮົມນີ້ຈະສ້າງຄວາມສາມາດໃຫ້ແກ່ພະນັກງານຂອງສະພາການຄ້າ ແລະ ອຸດສາຫະກຳ, ບັນດາສະມາຄົມ ແລະ ຜູ້ທີ່ໃຫ້ຄຳປຶກສາ ໃຫ້ສາມາດ ປະເມີນ ແລະ ໃຫ້ຄຳປຶກສາດ້ານຄວາມຍືນຍົງຂອງຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ນອນຢູ່ໃນຂະແໜງ ຄົມມະນາຄົມ ແລະ ຂົນສົ່ງ, ອາຫານ ແລະ ເຄື່ອງດື່ມ, ເຄື່ອງຫັດຖະກຳ ແລະ ຂອງທີ່ລະນຶກ ແລະ ການທ່ອງທ່ຽວຮູບແບບວັດທະນະທຳ.
ຝຶກອົບຮົມນີ້ຈະໃຊ້ເວລາຢູ່ 2 ວັນ, ມື້ທີ 1 ແມ່ນຈະຈັດໃນຮູບແບບທິດສະດີ ແລະ ການຮຽນຮູ້ພາຍໃນຫ້ອງຝຶກອົບຮົມ ແລະ ມື້ທີ 2 ແມ່ນການລົງປະຕິບັດຕົວຈິງໃນສະຖານທີ່. ຈະມີນາຍແປພາສາຕະຫຼອດການຝຶກອົບຮົມ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword