ພິທີເປີດງານວາງສະແດງ ຜະລິດຕະພັນ ໄທ (ອຸດຕະລາດິດ)-ລາວ ຢ່າງເປັນທາງການ ໃນຕອນແລງຂອງ ວັນທີ 15 ກຸມພາ 2018

ພິທີເປີດງານວາງສະແດງ ຜະລິດຕະພັນ ໄທ (ອຸດຕະລາດິດ)-ລາວ ຢ່າງເປັນທາງການ ໃນຕອນແລງຂອງ ວັນທີ 15 ກຸມພາ 2018

ໃນຕອນແລງຂອງ ວັນທີ 15/2/2018 ໄດ້ມີ ພິທີເປີດງານວາງສະແດງ ຜະລິດຕະພັນ ໄທ (ອຸດຕະລາດິດ)-ລາວ ຢ່າງເປັນທາງການ, ໂດຍການເປັນປະທານ ຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ຝ່າຍລາວ)  ແລະ ທ່ານ ສຸມິດ ເກີດກໍາ ຮອງຜູ້ວາລາດສະການ ຈັງຫັວດ ອຸດຕະລາດິດ (ຝ່າຍໄທ)

ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມມີ:  ທ່ານ ໄພວັນ ປະຖໍາມະວົງ ຫົວໜ້າ ພະແນກ ສົ່ງເສີມການຕະຫຼາດ,ກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ສັງຄົມ ຈັນສຸກ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງ (ຝ່າຍລາວ), ທ່ານ ໄພສານ ສຸກປັນຍາ  ຜູ້ກວດລາດສະການ, ກົມພັດທະນາຊຸມຊົນ, ກະຊວງ ມະຫາດໄທ, ທ່ານ ຊົງພົນ ວິໄຊຂັດຄະ ພັດທະນາຊຸມຊົນຈັງຫວັດ, ທ່ານ ຊົງພົນ ວິໄຊຂັດຄະ ພັດທະນາຊຸມຊົນຈັງຫວັດ ທ່ານ ນາງ ຍາ​ນີ ສີ​ມີ​ໄຊ ທູດ​ທີ​ປືກສາ ຝ່າຍ​ການ​ຄ້າ ຣາຊະ​ອານາຈັກ​ໄທ ປະຈຳ ສປປ ລາວ

ງານດັ່ງກ່າວຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ພັດທະນາຊົມຊົນຈັງຫັວດ ອຸດຕະລາດິດ, ໂດຍມີ ບໍລິສັດໄທ (ອຸດຕະລາດິດ) ແລະ ບໍໍລິສັດລາວ, ສິນຄ້າທີ່ນໍາມາວາງສະແດງໃນຄັ້ງນີ້ມີ, ປະເພດອາຫານ, ເຄື່ອງດື່ມ, ຫັດຖະກໍາໄມ້, ຫັດຖະກໍາຜ້າໄໝ-ຜ້າຝ້າຍ. ງານດັ່ງກ່າວຈະດໍາເນີນໄປ 5 ວັນເລີ່ມແຕ່ ວັນທີ 14-18/02/2018.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword