ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ, ໃນວັນທີ 17 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,

ທ່ານ ອິນທີ ເດືອນສະຫວັນ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ), ຮອງຫົວໜ້າໜ່ວຍງານປຶກສາຫາລືຂະແໜງການທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ໃຫ້ກຽດເປັນປະທານໃນກອງປະຊຸມ, ໃນນີ້ໄດ້ມີຜູ້ປະກອບການທີ່ປິ່ນອ້ອມການທ່ອງທ່ຽວ ລວມທັງກອງເລຂາຂອງກອງປະຊຸມທຸລະກິດລາວ ເຂົ້າຮ່ວມ ທັງໝົດເປັນຈໍານວນ 39ທ່ານ (ຍິງ 17 ທ່ານ).
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານຄວາມຄືບໜ້າຂອງບັນຫາທີ່ໄດ້ຍົກຂຶ້ນໃນກອງປະຊຸມທຸລະກິດລາວຄັ້ງທີ່ຜ່ານມາ ແລະ ໃຫ້ຜູ້ປະກອບການໃນຂະແໜງການບໍລິການທົ່ວໄປ ສະເໜີ, ປຶກສາຫາລື ແລະ ກໍານົດບັນຫາບູລິມະສິດທີ່ເປັນຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຂອງຂະແໜງການ ພ້ອມດ້ວຍວິທີແກ້ໄຂ, ສັງລວມໃຫ້ແກ່ກອງເລຂາ ກອງປະຊຸມທຸລະກິດລາວ ຄັດຈ້ອນເອົາເຂົ້າໃນຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວຄັ້ງທີ 16 ໃນຂັ້ນຕໍ່ໄປ, ເຊິ່ງເນື້ອໃນຂອງກອງປະຊຸມສາມາດສັງລວມໄດ້ລຸ່ມນີ້ດັ່ງນີ້:
1. ການອອກນະໂຍບາຍວີຊ່າໃຫ້ແກ່ນັກທ່ອງທ່ຽວກຸ່ມເປົ້າໝາຍສໍາລັບປີທ່ອງທ່ຽວລາວ
2. ການສ້າງຕັ້ງສະພາສົ່ງເສີມການທ່ອງທ່ຽວ
3. ການປັບປຸງດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວ
4. ການປັບປຸງຄ່າສໍາປະທານທີ່ດິນຂອງລັດເພື່ອພັດທະນາແຫຼ່ງທ່ອງທ່ຽວທີ່ອີງໃສ່ທໍາມະຊາດ
5. ການອອກຄໍາແນະນໍາໃນການຈັດກິດຈະກໍາກິລາເພື່ອການທ່ອງທ່ຽວ
6. ຂັ້ນຕອນການອະນຸມັດໃຫ້ຂະບວນລົດຈັກ ແລະ ລົດຖີບ ຜ່ານເຂົ້າມາທ່ອງທ່ຽວໃນ ສປປ ລາວ
7. ການອໍານວຍຄວາມສະດວກໃຫ້ແກ່ການອະນຸມັດໃບສະເໜີນໍານັກທ່ອງທ່ຽວເຂົ້າມາ
8. ການກໍານົດຍຸດທະສາດໃນການພັດທະນາເມືອງທ່ອງທ່ຽວ ແລະ ແຫຼ່ງທ່ອງທ່ຽວຢ່າງມີແບບແຜນ
9. ການບໍລິການຂອງລົດໄຟ ລາວ-ຈີນ
10. ການອອກໃບອະນຸຍາດ ແລະ ການກວດກາຂອງເຈົ້າໜ້າທີ່ຕໍາຫຼວດ
11. ການຂາດແຄນແຮງງານທີ່ມີສີມື
ພາຍຫຼັງກອງປະຊຸມນີ້, ກອງເລຂາກອງປະຊຸມທຸລະກິດລາວ ທີ່ປະຈໍາຢູ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ໜ່ວຍງານປຶກສາຫາລື ຂະແໜງການບໍລິການ, ຈະໄດ້ຮວບຮວມບັນຫາບູລິມະສິດ ທີ່ຜູ້ເຂົ້າຮ່ວມໄດ້ສະເໜີ ແລະ ກະກຽມບົດສະເໜີບັນຫາ ເພື່ອສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ຄົ້ນຄວ້າ ແລະ ກະກຽມສໍາລັບກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນຂັ້ນຕໍ່ໄປ.
ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword