ກອງປະຊຸມສະມັດຊາໃຫ່ຍຂອງອົງການແຮງງານສາກົນ ຄັ້ງທີ່ 113
ເມືອງ ເຈນີວາ, ປະເທດສະວິດເຊີແລນ ໃນລະຫວ່າງວັນທີ 02-13 ມິຖຸນາ 2025, ໃນນາມຕ່າງໜ້າຜູ້ໃຊ້ແຮງງານ ນໍາໂດຍ ທ່ານ. ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ
ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຂື້ນກ່າວມີຄຳເຫັນໃນກອງປະຊຸມສະມັດຊາໃຫ່ຍ ເຊິ່ງເນັ້ນໃຫ້ເຫັນການສະໜັບສະໜູນບົດລາຍງານຂອງອົງການແຮງານສາກົນ ແລະ ການມີສ່ວນຮ່ວມພາກທຸລະກິດ, ໄດ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ພັກດັນພາກທຸລະກິດໃຫ້ມີສ່ວນຮ່ວມໃນການສົ່ງເສີມຄົນໄວໜຸ່ມ ໃຫ້ໄດ້ຮັບການພັດທະນາຝຶກວິຊາຊິບໃນສະຖານປະກອບການ ແລະ ການມີສ່ວນຮ່ວມສົ່ງເສີມວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທໍາ ແລະ ໄດ້ຮັບການປົກປ້ອງທາງສັງຄົມ, ພາຍໃນກອງປະຊຸມ ມີຜູ້ເຂົ້າຮ່ວມຈາກສາມຝ່າຍ ທີ່ມາຈາກປະເທດສະມາຊິກຂອງຂອງອົງການແຮງງານສາກົນ.

ກອງປະຊຸມໃນຄັ້ງນີ້ແມ່ນໄດ້ລົງເລີກແຕ່ລະ ຄະນະກໍາມະການ ເປັນຕົ້ນ: ຄະນະກໍາມະການນໍາໃຊ້ມາດຕະຖານອົງການແຮງງານສາກົນ, ມາດຕະຖານກ່ຽວກັບວຽກອັນຕະລາຍທາງຊີວະພາບ, ວຽກທີ່ເຫມາະສົມໃນເວທີຈາກເສດຖະກິດ ແລະ ການສົນທະນາທົ່ວໄປກ່ຽວກັບການສົ່ງເສີມການຫັນປ່ຽນເຂົ້າສູ່ລະບົບຢ່າງເປັນທາງການໃນທຸກຂົງເຂດ ທີ່ຕິດພັນວຽກແຮງງານ ແລະ ສິດທິພື້ນຖານຕາມມາດຕະຖານສົນທິສັນຍາສາກົນທິລັດພາຄີ ໄດ້ໃຫ້ສັດຕະຍາບັນ ແລະ ປັບໃຊ້ເຂົ້າໃນກົດໝາຍ. ນອກນັ້ນ, ເພື່ອສົ່ງເສີມ “ອະນາຄົດຂອງການມີວຽກເຮັດງານທໍາສໍາລັບໄວຫນຸ່ມ.” ເພື່ອໃຫ້ສອດຄອງ ຕາມວາລະການພັດທະນາແບບຍືນຍົງຕາມຈຸດປະສົ່ງ 2030, ເພື່ອເນັ່ນໃສ່ໃຫ້ສາມຝາຍກ່ຽວກັບການລິເລີ່ມ ການກະຕຸ້ນ, ການເປີດ, ການໂຕ້ຕອບສົນທະນາ ກ່ຽວກັບວຽກເຮັດງານທໍາ ທີ່ມີກຽດສໍາລັບຊາວຫນຸ່ມ ແລະ ການພັດທະນາແບບຍືນຍົງ ໂດຍສະເພາະກ່ຽວກັບຄວາມຍຸດຕິທໍາທາງສັງຄົມ, ສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດເພື່ອສ້າງວຽກເຮັດງານທໍາທີ່ມີກຽດ. ແນ່ໃສ່ສ້າງເສດຖະກິດ ມີສະຖຽນລະພາບ ແລະ ມີການປຶກສາຫາລືທາງສັງຄົມໃຫ້ມີປະສິດທິພາບ, ອິດສະລະພາບທາງເສດຖະກິດ, ການຝຶກອົບຮົມ ແລະ ປະດິດສ້າງ, ປົກປັກຮັກສາສັງຄົມ ແລະ ການຮ່ວມມືທາງດ້ານສັງຄົມລະຫວ່າງຜູ້ທີ່ມີສ່ວນຮ່ວມໃນສັງຄົມ. ເນັ້ນຫນັກຄວາມຕ້ອງການທີ່ຈະລົງທຶນໃນການສຶກສາຂັ້ນພື້ນຖານ ແລະ ໃນການຝຶກອົບຮົມປະກອບອາຊີບສາມາດທີ່ຈະສ້າງຄວາມສະດວກ, ຈຸດປະສົງແມ່ນການສົ່ງເສີມການຜະລິດເສດຖະກິດຮັບປະກັນວ່າແຮງງານເຄື່ອນຍ້າຍມີຄວາມປອດໄພ ແລະ ເປັນທໍາໄປພ້ອມໆກັນ ແລະ ເພື່ອຮັບປະກັນສິດທິພື້ນຖານ, ຊື່ງກອງປະຊຸມດັ່ງກ່າວ ໄດ້ປິດລົງຢ່າງເປັນທາງການ ໃນວັນທີ່ 13 ມິຖຸນາ 2025 ໂດຍໄດ້ຮັບຮອງເອົາ ບົດລາຍງານຂອງແຕ່ລະຄະນະກໍາມະການ ແລະ ບົດລາຍງານການເງີນຂອງແຜນວຽກໃນຕໍ່ໜ້າ. 

