ກອງປະຊຸມເຜີຍແຜ່ດຳລັດ 237/ນຍ, ກົດລະບຽບ ສຄອ ແລະ ແຜນຍຸດທະສາດ VI ເສົາຄໍ້າ

ກອງປະຊຸມເຜີຍແຜ່ດຳລັດ 237/ນຍ, ກົດລະບຽບ ສຄອ ແລະ ແຜນຍຸດທະສາດ VI ເສົາຄໍ້າ

ໃນຕອນເຊົ້າຂອງ ວັນທີ 19 ມີນາ 2021 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດ 237/ນຍ, ກົດລະບຽບ ສຄອ ແລະ ແຜນຍຸດທະສາດ VI ເສົາຄໍ້າການພັດທະນາພາກທຸລະກິດ ປີ 2021-2025,

ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍຈຸດປະສົງຕົ້ນຕໍຂອງກອງປະຊຸມແມ່ນເພື່ອເສີມສ້າງຄວາມເຂົ້າໃຈຕໍ່ກັບພາລະບົດບາດ ສຄອ ແລະ ປຶກສາຫາລືການສ້າງຄວາມເຂັ້ມແຂງໃຫ້ແກ່ ສຄອ ແລະ ພາກທຸລະກິດ ແລະ ກອງປະຊຸມດັ່ງກ່າວ ກໍ່ໄດ້ມີຕາງໜ້າຈາກ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງໄຊສົມບູນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຮັບຟັງການເຜີຍແຜ່ ແລະ ໄດ້ເຊັນຂໍ້ຕົກລົງການຮ່ວມມືກັນ ລະຫວ່າງ 5 ຝ່າຍ ໃນຄັ້ງນີ້ດ້ວຍ.

ພ້ອມດຽວກັນນັ້ນ, ໃນຕອນບ່າຍຂອງມື້ດຽວກັນ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ທ່າບົກທ່ານາແລ້ງເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ເບຍລາວ ຈໍາກັດ, ທັງ 2 ບໍລິສັດ ດັ່ງກ່າວກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການດຳເນີນທຸລະກິດທີ່ຜ່ານມາ ແລະ ທິດທາງແຜນການພັດທະນາໃນຕໍ່ໜ້າ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword