8 ບັນຫາທີ່ທຸລະກິດໄດ້ຍົກຂື້ນເພື່ອປຶກສາຫາລື ໃນກອງປະຊຸມປຶກສາຫາລື ພາກທຸລະກິດຂະແໜງການ ການຄ້າ

8 ບັນຫາທີ່ທຸລະກິດໄດ້ຍົກຂື້ນເພື່ອປຶກສາຫາລື ໃນກອງປະຊຸມປຶກສາຫາລື ພາກທຸລະກິດຂະແໜງການ ການຄ້າ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໃນນາມ ກອງເລຂາກອງປະຊຸມທຸລະກິດລາວ, ໄດ້ຈັດກອງປະຊຸມໜ່ວຍງານປຶກສາຫາລືພາກທຸລະກິດ ສໍາລັບຂະແໜງ ການຄ້າຂື້ນ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ

ໃນວັນທີ 16 ສິງຫາ 2024, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ກອງປະຊຸມດັ່ງກ່າວແມ່ນໄດ້ຮັບກຽດ ເປັນປະທານໂດຍ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສຄອຊ ຫົວໜ້າໜ່ວຍງານປຶກສາຫາລືຂະແໜງການຜະລິດ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອໃຫ້ຜູ້ປະກອບການໃນຂະແໜງການຄ້າ ປຶກສາຫາລືບັນຫາ ທີ່ເປັນຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຂອງຕົນໃຫ້ໜ່ວຍງານປຶກສາຫາລືຮັບຊາບ ແລະ ເພື່ອຄັດຈ້ອນເອົາບັນດາຂໍ້ຫຍຸ້ງຍາກທີ່ເປັນບູລິມະສິດຂອງຂະແໜງການ ກະກຽມນໍາສະເໜີໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ພິຈາລະນາແກ້ໄຂ.

ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 30 ທ່ານ ລ້ວນມາຈາກຫຼາຍພາກສ່ວນຂອງຂະແໜງການການຄ້າ ເຊັ່ນ: ສະມາຄົມການຢາ, ດາວທຽມລາວ, ຍານພະຫານະ, ສູນການຄ້າ.  ນອກນັ້ນ, ຍັງມີສະພາການຄ້າຕ່າງປະເທດ Australian Chamber of Commerce ແລະ Brtish Businss Group Lao. ບັນຫາທີ່ຜູ້ປະກອບການ ຂະແໜງການຄ້າ ໄດ້ປຶກສາຫາລືໃນກອງປະຊຸມຄັ້ງນີ້

  1. ຄ່າບໍລິການຂອງທ່າບົກໃນ ສປປ ລາວ
  2. ການອໍານວຍຄວາມສະດວກໃຫ້ແກ່ການແຈ້ງພາສີ
  3. ການປັບປຸງອັດຕາອາກອນມູນຄ່າເພີ່ມຂອງ ບາງປະເພດສິນຄ້າໃນຂະແໜງການຢາ
  4. ບັນຫາດ້ານແຮງງານຂາດແຄນ
  5. ການແຂ່ງຂັນຈາກສິນຄ້ານໍາເຂົັ້າ ທີີ່ບໍ່ຖືກຕ້ອງຕາມກົດລະບຽບ
  6. ການກໍານົດນະໂຍບາຍສົົ່ງເສີມການຜະລິດພາຍໃນ
  7. ສະພາບ ການຜັນຜວນຂອງອັດຕາແລກປ່ຽນ ແລະ ການອ່ອນຄ່າຂອງເງິນກີບ

ພາຍຫຼັງກອງປະຊຸມນີ້, ກອງເລຂາກອງປະຊຸມທຸລະກິດລາວ ທີ່ປະຈໍາຢູ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ໜ່ວຍງານປຶກສາຫາລື ຂະແໜງການຜະລິດ, ຈະໄດ້ຮວບຮວມບັນຫາບູລິມະສິດ ທີ່ຜູ້ເຂົ້າຮ່ວມໄດ້ສະເໜີ ແລະ ກະກຽມບົດສະເໜີບັນຫາ ເພື່ອສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ຄົ້ນຄວ້າ ແລະ ກະກຽມສໍາລັບກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນຂັ້ນຕໍ່ໄປ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more
ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 27 ພຶດສະພາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ),…Read more
ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more
ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ໃນວັນທີ 20 ພຶດສະພາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ມີພິທີມອບຮັບ ເງີນສະໜັບສະໜູນ ໃຫ້ແກ່ ສຄອຊ, ໂຮງແຮມ ລາດຊະວົງ…Read more

Enter your keyword